• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ: 40 ປີ ແລະ ພາລະໜ້າທີ່ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມບົນເວທີສາກົນ

      ຕອນເຊົ້າວັນທີ 12 ມິຖຸນາ ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ.

ການສະແດງສິລະປະໃນພິທີສະເຫຼີມສະຫຼອງ 
      ເຂົ້າຮ່ວມພິທີມີທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ທ່ານ ເລຮ່ວາຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາພະນັກງານການທູດຜ່ານໄລຍະຕ່າງໆ.
        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ໄດ້ເນັ້ນໜັກວ່າ: ຜ່ານ 40 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ຄະນະກຳມະການແຫ່ງຊາດ UNESCO ຍາມໃດກໍ່ຢືນຢັນບົດບາດ ແລະ ຄວາມສຳຄັນຂອງຕົນສຳລັບພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ປະຫວັດສາດ, ວັດທະນະທຳປະເທດຊາດ ແລະ ຊາວ ຫວຽດນາມ ກັບໂລກເປັນຢ່າງດີ:
        ຄະນະກຳມະການໄດ້ປະກອບສ່ວນສຳຄັນ ນຳການທູດວັດທະນະທຳກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງພື້ນຖານການທູດ ຫວຽດນາມ ທັນສະໄໝ. ບັນດາຄວາມມານະພະຍາຍາມນັ້ນ ກໍ່ໄດ້ຊ່ວຍປຸກລຸກ, ສົ່ງເສີມນ້ຳໃຈເອກອ້າງທະນົງໃຈຂອງຊາດ, ເພື່ອໃຫ້ຄວາມຫວັງບື່ນຕົວຂຶ້ນ, ພັດທະນາເສດຖະກິດ, ສັງຄົມ, ວິທະຍາດສາດ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍຣະດົກວັດທະນະທຳ, ພ້ອມທັງເຮັດໃຫ້ຮູບພາບປະເທດຊາດ, ຊາວ ຫວຽດນາມ ມີຄວາມອຸດົມສົມບູນກ່ວາຕໍ່ເພື່ອນມິດສາກົນ. ດ້ວຍ 35 ນາມມະຍົດໂດຍ UNESCO ຮັບຮູ້ ແລະ ໄດ້ປະສົບຜົນສຳເລັດຫຼາຍຄັ້ງໃນຖານະຕຳແໜ່ງເປັນສະມາຊິກຂອງບັນດາອົງການທີ່ມີອິດທິພົນຊື່ສຽງຄື: ຄະນະກຳມະການມໍຣະດົກໂລກ, ສະພາບໍລິຫານ UNESCO, ຫວຽດນາມ ໄດ້ ແລະ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ UNESCO ໃນວິວັດການປະຕິບັດພາລະໜ້າທີ່ອັນສູງສົງຂອງຕົນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top