• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ປະກາດໝາກຜົນການເລືອກຕັ້ງປະທານາທິບໍດີ ຢ່າງເປັນທາງການ

ທ່ານນາງ Pamfilova, ຫົວໜ້າຄະນະເລືອກຕັ້ງສູນກາງ ລັດເຊຍ, ໃຫ້ຮູ້ວ່າ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸເກືອບ 77,5%. ນີ້ແມ່ນອັດຕາສູງສະຖິຕິເຊິ່ງ CEC ຮັບຮູ້.
ທ່ານນາງ Pamfilova, ຫົວໜ້າຄະນະເລືອກຕັ້ງສູນກາງ ລັດເຊຍ ເປັນປະທານກອງປະຊຸມປະກາດໝາກຜົນການເລືອກຕັ້ງ (ພາບ: Ria Novosti)

ວັນທີ 21 ມີນາ, ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ (CEC) ປະກາດວ່າ ທ່ານ Vladimir Putin ຍາດໄດ້ໄຊຊະນະຢ່າງສະຫງ່າໃນການເລືອກຕັ້ງປະທານາທິບໍດີປີ 2024. ຄາດວ່າ, ພິທີສາບານຕົວສືບຕໍ່ຮັບດຳລົງຕຳແໜ່ງປະທານາທິບໍດີ ຈະຈັດຂຶ້ນໃນວັນທີ 07 ພຶດສະພາ.

ທ່ານນາງ Pamfilova, ຫົວໜ້າຄະນະເລືອກຕັ້ງສູນກາງ ລັດເຊຍ, ໃຫ້ຮູ້ວ່າ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸເກືອບ 77,5%. ນີ້ແມ່ນອັດຕາສູງສະຖິຕິເຊິ່ງ CEC ຮັບຮູ້. ໝາກຜົນການນັບບັດເລືອກຕັ້ງສຸດທ້າຍຊີ້ໃຫ້ເຫັນວ່າ, ທ່ານປະທານາທິບໍດີ ລັດເຊຍ Putin ໄດ້ຮັບ 87,28% ຂອງຈຳນວນບັດເລືອກຕັ້ງ, ທຽບເທົ່າກັບຜູ້ມີສິດເລືອກຕັ້ງກວ່າ 76,2 ລ້ານຄົນ. ໃນຂະນະນັ້ນ, ບັນດາຄູ່ແຂ່ງຂອງທ່ານ Putin ໃນການແຂ່ງຂັນຂອງຜູ້ອອກສະໝັກຮັບເລືອກຕັ້ງແມ່ນທ່ານ Nikolay Kharitonov, ພັກກອມມູນິດ, ທ່ານ Vladislav Davankov (ຜູ້ຕາງໜ້າພັກມະນຸດໃໝ່) ແລະ ທ່ານ Leonid Slutsky ປະທານພັກປະຊາທິປະໄຕເສລີ ລັດເຊຍ, ໄດ້ຮັບບັດເລືອກຕັ້ງ 4,31%, 3,85%, 3,2% ຕາມລຳດັບ.

ພາຍຫຼັງການປະກາດໝາກຜົນການເລືອກຕັ້ງຢ່າງເປັນທາງການ, ທ່ານປະທານາທິບໍດີ Vladimir Putin ໄດ້ມີບົດກ່າວປາໄສຕໍ່ປະຊາຊົນ. ທ່ານໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດ, ພ້ອມກັບຖັນແຖວການນຳ ລັດເຊຍ ຮັບປະກັນການຜັນຂະຫຍາຍບັນດາໂຄງການ ແລະ ລາຍການລະດັບຊາດທີ່ມີຂອບຂະໜາດໃຫຍ່ທີ່ໄດ້ວາງອອກໃນອາຍຸການກ່ອນນັ້ນ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top