• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄອມພິວເຕີ ແທັງຢ໋ອງ ຫັນຄວາມຄາດຫວັງ “Make in Vietnam” ໃຫ້ປະກົດຜົນເປັນຈິງ

ທາງບໍລິສັດມີເຂັດລັບສະເພາະເພື່ອບັນລຸຜົນສຳເລັດ, ສ້າງຜະລິດຕະພັນຮັກສາຄວາມລັບສູງຜ່ານການດັດປັບເຕັກໂນໂລຊີ

ຈາກບໍລິສັດນຳເຂົ້າ ແລະ ຈຳໜ່າຍເຄື່ອງຄອມພິວເຕີ, ບໍລິສັດຫຸ້ນສ່ວນສື່ສານ ແລະ ຄອມພິວເຕີ ແທັງຢ໋ອງ ໄດ້ພັດທະນາຕາມທິດຜະລິດ, ຕິດຕັ້ງ ດ້ວຍຄວາມຫວັງຢາກສ້າງຜະລິດຕະພັນຄອມພິວເຕີ “Make in Vietnam”. ໂດຍເປີດຕົວເປັນເວລາເກືອບ 20 ປີມາຮອດປະຈຸບັນ, ເຄື່ອງໝາຍການຄ້າຄອມພິວເຕີ “ແທັງຢ໋ອງ” ໄດ້ນຳພູມປັນຍາ, ຄວາມປະດິດຄິດສ້າງຂອງຊາວ ຫວຽດນາມ ບືນຕົວຂຶ້ນດ້ວຍ “ກຳລັງແຮງແທັງຢ໋ອງ ເຂັ້ມແຂງ".

ເກືອບ 20 ປີແຫ່ງວັນກໍ່ຕັ້ງ, ມາຮອດປະຈຸບັນ, ແທັງຢ໋ອງ ໄດ້ກາຍເປັນໜຶ່ງໃນຈຳນວນ 5 ເຄື່ອງໝາຍການຄ້າຄອມພິວເຕີ ຫວຽດນາມ ທີ່ມີອິດທິພົນຊື່ສຽງ, ສະໜອງຫຼາຍມາດຕະການເຕັກໂນໂລຊີໃໝ່, ດ້ວຍເຄື່ອງອາໄຫຼ່ 66% ທີ່ໄດ້ຜະລິດຢູ່ພາຍໃນປະເທດ. ບໍລິສັດມີ 4 ຜະລິດຕະພັນຕົ້ນຕໍ, ແມ່ນ: ຄອມພິວເຕີສ່ວນບຸກຄົນ (personal computer), ຄອມພິວເຕີຫ້ອງການ, ຄອມພິວເຕີວິສາຫະກິດ ແລະ ຄອມພິວເຕີໂຄງການ.

ເດືອນ ພຶດສະພາ 2024, ບໍລິສັດຄອມພິວເຕີ ແທັງຢ໋ອງ ໄດ້ຮັບລາງວັນ ຊາວຊາງ (ດວງດາວໃສແຈ້ງ) ດ້ວຍເຄື່ອງໝາຍການຄ້າ “ນັກສະໜອງຜະລິດຕະພັນຄອມພິວເຕີ ແທັງຢ໋ອງ - SSTC MAKE IN VIETNAM ທີ່ໄດ້ຮັບຄວາມນິຍົມ”. ນອກນັ້ນ, ຍັງມີຫຼາຍລາງວັນອື່ນໃນໄລຍະຜ່ານມາ. ທ່ານ ລ້າຍຮວ່າງເຢືອງ, ຫົວໜ້າບໍລິສັດຫຸ້ນສ່ວນສື່ສານ ແລະ ຄອມພິວເຕີ ແທັງຢ໋ອງ, ແບ່ງປັນວ່າ:

“ຈຸດເວລາທີ່ພວກຂ້າພະເຈົ້າສະເໜີຕົວໃນຕະຫຼາດນັ້ນ, ເຖິງວ່າ ຫວຽດນາມ ໄດ້ເປີດປະຕູຕະຫຼາດແລ້ວ, ແຕ່ແຫຼ່ງຂໍ້ມູນຍັງຖືກຈຳກັດຢູ່. ສະນັ້ນ, ແຫຼ່ງສະໜອງເພື່ອຜະລິດກໍ່ຕ້ອງອີງໃສ່ບັນດານັກສະໜອງຂອງບັນດາບໍລິສັດ ຫວຽດນາມ ຫຼາຍທີ່ສຸດ. ທີ 2 ແມ່ນຄວາມຫຍຸ້ງຍາກດ້ານທຶນ, ເພື່ອດຳເນີນທຸລະກິດຕ້ອງມີທຶນ, ເພື່ອຊື້ໂຮງຈັກ, ຊື້ຕ່ອງໂສ້ການຜະລິດ, ຊື້ເຕັກໂນໂລຊີ… ສຸດທ້າຍ, ສິ່ງສຳຄັນທີ່ສຸດແມ່ນ, ພາຍຫຼັງໄດ້ຮັບການໜູນຊ່ວຍຂອງ ລັດ, ພວກຂ້າພະເຈົ້າໄດ້ສ້າງແຜນການລະອຽດເພື່ອຜະລິດອອກຜະລິດຕະພັນ”.

ທ່ານຫົວໜ້າບໍລິສັດ ລ້າຍຮວ່າງເຢືອງ ໃຫ້ຮູ້ວ່າ, ທາງບໍລິສັດມີເຂັດລັບສະເພາະເພື່ອບັນລຸຜົນສຳເລັດ, ສ້າງຜະລິດຕະພັນຮັກສາຄວາມລັບສູງຜ່ານການດັດປັບເຕັກໂນໂລຊີ, ຄົ້ນຄວ້າສະສົມຊອບແວຕ້ານການລັກຂໍ້ມູນ ແລະ ຄວາມສ່ຽງດ້ານມານແວຢ່າງບັນລຸປະສິດທິຜົນ.

“ຜະລິດຕະພັນທັງໝົດລ້ວນແຕ່ມີຈຸດທີ່ພວກເຮົາເອີ້ນວ່າຈຸດອ່ອນ. ສະນັ້ນ, ຈຸດອ່ອນຂອງຜະລິດຕະພັນເຕັກໂນໂລຊີນັ້ນແມ່ນ ເລື່ອງລູກຄ້ານຳໃຊ້ເຄື່ອງເຕັກໂນໂລຊີອາດຈະເສຍແຫຼ່ງຂໍ້ມູນ. ພວກຂ້າພະເຈົ້າໄດ້ຜະລິດອອກຜະລິດຕະພັນແກ້ໄຂບັນດາຈຸດອ່ອນນັ້ນ, ປົກປ້ອງແຫຼ່ງຂໍ້ມູນຂອງຜູ້ບໍລິໂພກ”.

ທ່ານ ລ້າຍຮວ່າງເຢືອງ, ຫົວໜ້າບໍລິສັດຫຸ້ນສ່ວນສື່ສານ ແລະ ຄອມພິວເຕີ ແທັງຢ໋ອງ (ພາບ: ຄອມພິວເຕີແທັງຢ໋ອງ)

ນອກຈາກການລົງທຶນໂຮງຈັກຜະລິດຕ່ອງໂສ້ການຜະລິດຕາມຂອບເຂດອຸດສາຫະກຳ, ທາງບໍສັດຍັງຮ່ວມມືກັບກຸ່ມບໍລິສັດ C.P.R (ຍີ່ປຸ່ນ) ເພື່ອຖ່າຍທອດເຕັກໂນໂລຊີຜະລິດເຄື່ອງຄອມພິວເຕີຢູ່ ຫວຽດນາມ, ຕາມມາດຕະຖານ ຍີ່ປຸ່ນ. ນອກນັ້ນ, ແທັງຢ໋ອງ ກໍ່ຮ່ວມສຳພັນກັບກຸ່ມບໍລິສັດຂອງ ສິງກະໂປ ຈຳນວນໜຶ່ງ ເພື່ອລົງທຶນຕ່ອງໂສ້ເຕັກໂນໂລຊີ ແລັບທອັບ (laptop). ທ່ານ ຫງວຽນຕວນມິງ, ປະທານສະຫະສະມາຄົມຄອມພິວເຕີຫ້ອງການ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

“ຫວຽດນາມ ບໍ່ມີຫຼາຍຜະລິດຕະພັນມີລັກສະນະເຕັກໂນໂລຊີ ແລະ ແທັງຢ໋ອງ ແມ່ນໜຶ່ງໃນບັນດາບໍລິສັດນຳໜ້າ, ນຳໜ້າດ້ານເຕັກໂນໂລຊີ. ຕ້ອງເວົ້າວ່າ, ການຜະລິດອອກຜະລິດຕະພັນເຕັກໂນໂລຊີແມ່ນວຽກງານຫຍຸ້ງຍາກທີ່ສຸດໃນສະພາບທີ່ ຫວຽດນາມ ຍັງຈຳກັດດ້ານພື້ນຖານໂຄງລ່າງ. ເພື່ອພັດທະນາ ແລະ ຄົງຕົວໃນຕະຫຼາດ ແລະ ຢືນຢັນເຄື່ອງໝາຍ ຫວຽດນາມ ຄືໃນປະຈຸບັນນັ້ນ ແມ່ນຜົນສຳເລັດຢ່າງໃຫຍ່ຫຼວງ”.

ມາຮອດປະຈຸບັນ, ແທັງຢ໋ອງ ໄດ້ສະໜອງບັນດາມາດຕະການແກ້ໄຂດ້ານເຕັກໂນໂລຊີ, ຄື: ໜູນຊ່ວຍຊອບແວ, ອອກແບບຢ່າງມີຫົວຄິດປະດິດສ້າງຜະລິດອອກບັນດາຜະລິດຕະພັນມີລາຄາທີ່ເໝາະສົມ, ແຕ່ຍັງຕອບສະໜອງຄວາມຕ້ອງການໄດ້. ທ່ານ ລ້າຍຮວ່າງເຢືອງ, ຢັ້ງຢືນວ່າ:

“ພວກຂ້າພະເຈົ້າພວມສ້າງຜະລິດຕະພັນຕາມມາດຕະຖານ ຍີ່ປຸ່ນ ແລະ ຂ້າພະເຈົ້າຫວັງວ່າ, ພາຍຫຼັງໄລຍະໜຶ່ງອີກ, ພວກຂ້າພະເຈົ້າຈະໄດ້ຮັບໃບຢັ້ງຢືນເພື່ອສາມາດຂາຍຢູ່ຕະຫຼາດ ຍີ່ປຸ່ນ. ຫວ່າງມໍ່ໆມານີ້, ພວກຂ້າພະເຈົ້າໄດ້ລົງນາມໃນຂໍ້ຕົກລົງຮ່ວມມື (MOU) ສະບັບທຳອິດກັບ ສີລັງກາ ແລະ ມາເລເຊຍ, ມຽນມາ ກໍ່ເຫັນດີອະນຸຍາດສົ່ງເຄື່ອງແບບຕົວຢ່າງມາ. ເມື່ອເຂົາເຈົ້າເຫັນດີ, ພວກຂ້າພະເຈົ້າຫວັງວ່າ ຄອມພິວເຕີ ແທັງຢ໋ອງ ຈະມີໜ້າຢູ່ບັນດາຕະຫຼາດດັ່ງກ່າວໂດຍໄວ”.

ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນຕະຫຼາດດຶງດູດ ເພື່ອພັດທະນາບັນດາຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ. ເພື່ອໝູນໃຊ້ກາລະໂອກາດນັ້ນ, ແທັງຢ໋ອງ ໄດ້ວາງອອກຍຸດທະສາດພັດທະນາ, ໃນນັ້ນ, ສຸມໃສ່ຜະລິດຕະພັນມີມູນຄ່າສູງ, ສະເພາະດ້ານ, ພ້ອມກັນນັ້ນ ກໍ່ຍູ້ແຮງການສົ່ງອອກຄອມພິວເຕີໄປສູ່ຕ່າງປະເທດ. ນີ້ແມ່ນເປົ້າໝາຍເຊິ່ງ ແທັງຢ໋ອງ ມຸ່ງໄປເຖິງ, ບົນເສັ້ນທາງກາຍເປັນວິສາຫະກິດເຕັກໂນໂລຊີ “Make in Vietnam”.

(ແຫຼ່ງຄັດຈາກ VOV)

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ ມົງ​ໂກນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາສະ​ເພາະ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ

Top