ຂ່າວສານ
ຄວາມມານະພະຍາຍາມປະຕິບັດສຳເລັດເປົ້າໝາຍນຳບັນດາໂຮງຮຽນຢູ່ຕາແສງຊາຍແດນເຂົ້າໃຊ້ງານກ່ອນວັນທີ 30 ສິງຫາ
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລຕຽນເຈົາ ເນັ້ນໜັກວ່າ ບັນດາກົນໄກພິເສດ, ນະໂຍບາຍ ແລະ ແຫຼ່ງທຶນ ໄດ້ຮັບການຈັດແບ່ງໂດຍພື້ນຖານແລ້ວ, ດັ່ງນັ້ນ, ນັບແຕ່ນີ້ຮອດວັນທີ 30 ສິງຫາ 2026, ບັນດາທ້ອງຖິ່ນ ຕ້ອງຕັດສິນໃຈນຳບັນດາກິດຈະກຳດັ່ງກ່າວເຂົ້າໃຊ້ງານຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງວ່າ:
“ສະເໜີໃຫ້ບັນດາຫົວໜ່ວຍ ແນະນຳບັນດາທ້ອງຖິ່ນກ່ຽວກັບກົນໄກ, ມາດຕະການແກ້ໄຂ, ບັນດາບັນຫາທີ່ຄວນເອົາໃຈໃສ່ເພື່ອຮັບປະກັນທາງດ້ານຄຸນນະພາບ, ປະສິດທິຜົນ, ຄວາມປອດໄພຂອງກິດຈະກຳ. ສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າການແນະນຳແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາທ້ອງຖິ່ນກ່ຽວກັບແຫຼ່ງວັດຖຸດິບຮັບໃຊ້ໃຫ້ແກ່ການກໍ່ສ້າງໂຮງຮຽນແຫ່ງຕ່າງໆໃຫ້ຮັບປະກັນຄຸນນະພາບ ແລະ ຄວາມຄືບໜ້າ”.






