• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມເຄັ່ງຕຶງຢູ່ທະເລແດງ ນາບຂູ່ຄວາມໝັ້ນຄົງໃນການເດີນເຮືອ ແລະ ການຄ້າທົ່ວໂລກ

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ທີ່ສຳນັກງານ IMO ຢູ່ນະຄອນຫຼວງ ລອນດອນ (ລາຊະອານາຈັກ ອັງກິດ) ໃນວັນທີ 6 ເມສາ, ທ່ານເລຂາທິການໃຫຍ່ Arsenio Dominguez ຢັ້ງຢືນເກີດບັນດາເຫດຄືດັ່ງກ່າວໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງເຖິງເສດຖະກິດໂລກ
  ທ່ານ Arsenio Dominguez, ເລຂາທິການໃຫຍ່ອົງການການເດີນເຮືອສາກົນ (IMO) (ພາບ:Phong Hà/TTXVN)  

ທ່ານ Arsenio Dominguez, ເລຂາທິການໃຫຍ່ອົງການການເດີນເຮືອສາກົນ (IMO) ຖືວ່າ: ບັນດາບັນຫາຄື: ເຫດກ່ຳປັ່ນ Rubymar ຈົມນ້ຳ ແລະ ເຫດບຸກໂຈມຕີກ່ຳປັ່ນ True Confidence ຢູ່ທະເລແດງ ໄດ້ນາບຂູ່ຕໍ່ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການຄ້າຢ່າງໜັກໃນໂລກເວົ້າລວມ ແລະ ບັນດາປະເທດໃນພາກພື້ນເວົ້າສະເພາະ.

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ທີ່ສຳນັກງານ IMO ຢູ່ນະຄອນຫຼວງ ລອນດອນ (ລາຊະອານາຈັກ ອັງກິດ) ໃນວັນທີ 6 ເມສາ, ທ່ານເລຂາທິການໃຫຍ່ Arsenio Dominguez ຢັ້ງຢືນເກີດບັນດາເຫດຄືດັ່ງກ່າວໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງເຖິງເສດຖະກິດໂລກ, ນາບຂູ່ໂດຍກົງເຖິງລະບົບການສະໜອງ ເມື່ອການຂົນສົ່ງໄປມາຂອງ container ຖືກຕັດຕອນ, ເຮັດໃຫ້ການຂົນສົ່ງສິນຄ້າຖືກຊັກຊ້າ, ເພີ່ມລາຍຈ່າຍ ແລະ ເງິນເຟີ້, ກໍ່ຜົນສະທ້ອນເຖິງຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານເລຂາທິການໃຫຍ່ IMO ໃຫ້ຮູ້ວ່າ: ຜົນກະທົບທຳອິດຂອງການບຸກໂຈມຕີຢູ່ທະເລແດງ ແມ່ນຄວາມປອດໄພຂອງບັນດາລູກເຮືອ, ຢັ້ງຢືນຄວາມເອົາໃຈໃສ່ແຖວໜ້າຂອງອົງການນີ້ແມ່ນຮັບປະກັນສຸຂະພາບ ແລະ ຊີວິດອິນຊີຂອງບັນດາລູກເຮືອ, ບັນດາຜູ້ເຮັດວຽກເພື່ອຮັບປະກັນການເຄື່ອນໄຫວຂອງການຄ້າໂລກ.

ທ່ານເລຂາທິການໃຫຍ່ IMO ໃຫ້ຮູ້ວ່າ: ອົງການນີ້ພວມຕິດຕາມບັນດາການຜັນແປຢູ່ທະເລແດງຢ່າງແໜ້ນແຟ້ນ ແລະ ປະຕິບັດບັນດາມາດຕະການການທູດ ແລະ ໂອ້ລົມສົນທະນາກັບທຸກຝ່າຍທີ່ກ່ຽວຂ້ອງເພື່ອແນໃສ່ຮັບປະກັນໃຫ້ບັນດາລູກເຮືອ, ກ່ຳປັ່ນ ແລະ ສິນຄ້າ ໄດ້ຮັບການປົກປ້ອງ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top