• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມຮູ້ສຶກ ຂອງ ຄູ່ຜົວເມຍຊາວອັງກິດ ຊ່ວງເວລາຢູເຂດກັກກັນ ໃນຫວຽດນາມ

      ມີ ຜົວເມຍຊາວ ອັງກິດ ຄູ່ໜຶ່ງ ມາຍັງ ຮ່າໂນ້ຍ ໃນຖ້ຽວບິນ VN0054 ຂອງ ບໍລິສັດການບິນ Vietnam Airlines ເມື່ອວັນທີ 1 ມີນາ ຜ່ານມາ. ເຂົາເຈົ້າໄດ້ມີເວລາ 5 ວັນທີ່ໜ້າປະທັບໃຈ ຢູ່ ນະຄອນຫຼວງ ຮ່າໂນ້ຍ ກ່ອນໄດ້ຮັບແຈ້ງຂ່າວ ກ່ຽວກັບເລື່ອງ ຍິງສາວ ຊາວ ຫວຽດນາມ ຄົນໜຶ່ງ ໃນຖ້ຽວບິນດຽວກັນ ກັບ ເຂົາເຈົ້າໄດ້ ຕິດເຊື້ອ ໄວຣັດ SÁRS-CoV-2.

      ເຂົາເຈົ້າ ຈຳຕ້ອງປະຕິບັດ ການກັກກັນ ເປັນເວລາ 14 ວັນ. ໃນຊ່ວງເວລາດັ່ງກ່າວ, ພວກເຂົາໄດ້ຂຽນຈົດໝາຍ ເຜີຍເຖິງຄວາມຮູ້ສຶກຊ່ວງເວລາ ການກັກກັນ ຂອງ ເຂົາເຈົ້າຢູ່ ຫວຽດນາມ.

      
      "ພວກຂ້າພະເຈົ້າແມ່ນຄູ່ຜົວເມຍຊາວອັງກິດ ໄດ້ມາຍັງ ຫວຽດ ນາມ ເພື່ອການພັກຜ່ອນຂອງຕົນ ເມື່ອວັນທີ 1 ມີນາ ໃນຖ້ຽວບິນ VN0054. ພາຍຫຼັງຊ່ວງເວລາທີ່ດີເລີດ 5 ວັນຢູ່ ຮ່າໂນ້ຍ, ພວກຂ້າພະເຈົ້າ ຈຳຕ້ອງໄປໂຮງໝໍ ໂດ໋ງດາ ເພື່ອ ການວິເຄາະໄວຣັດ SARS-CoV-2 ຍ້ອນມີຍິງສາວ ຫວຽດນາມ ຜູ້ໜຶ່ງ ກັບຄືນປະເທດ ໃນຖ້ຽວບິນດຽວກັນ ກັບພວກຂ້າພະ ເຈົ້າ ໄດ້ຕິດເຊື້ອໄວຣັດນີ້.
ພວກຂ້າພະເຈົ້າໄດ້ຮັບແຈ້ງຂ່າວວ່າ ຈຳຕ້ອງ ຢູ່ເຂດກັກກັນ ເປັນ ເວລາ 14 ວັນ ແຕ່ມີຄວາມອຸ່ນອຽນໃຈ ຍ້ອນຜົນຂອງ ການວິ ເຄາະສະແດງ ໃຫ້ເຫັນວ່າ ພວກຂ້າພະເຈົ້າ ບໍ່ຕິດເຊື້ອ ໄວຣັດ SARS-CoV-2.

      ເຖິງວ່າ ອຸປະກອນດ້ານ ສາທາລະນະສຸກ ຢູ່ທີ່ນີ້ຕ່າງກັບ ຢູ່ ອັງກິດ, ແຕ່ວ່າ ພວກຂ້າພະເຈົ້າໄດ້ມີຄົບທຸກສິ່ງທຸກຢ່າງທີ່ຈໍາເປັນ. ຢູ່ທີ່ນີ້, ພວກຂ້າພະເຈົ້າພົບຄວາມຫຍຸ້ງຍາກດ້ານພາສາ ແຕ່ໄດ້ ທ່ານໝໍຜູ້ໜຶ່ງທີ່ສາມາດເວົ້າພາສາອັງກິດ ໃຫ້ຄວາມຊ່ວຍເຫຼືອ ແລະ ໃຫ້ຂໍ້ມູນຂ່າວສານຫຼາຍຢ່າງ ດ້ວຍຄວາມຈິງໃຈ. ຜູ້ນຳທ່ຽວຂອງພວກຂ້າພະເຈົ້າ ມີຊື່ວ່າ ນາມ ກໍໃຫ້ຄວາມຊ່ວຍເຫຼືອ ແລະ ສະໜອງໃຫ້ພວກຂ້າພະເຈົ້າ ບາງຢ່າງທີ່ຈຳເປັນ ຊຶ່ງນັກທ່ອງທ່ຽວຄືພວກຂ້າພະເຈົ້າບໍ່ທັນມີ.

      ພວກຂ້າພະເຈົ້າເຄົາລົບໃນຄວາມເປັນຈິງ ທີ່ກຳລັງເປັນໄປແມ່ນ ສິ່ງທີ່ຈຳເປັນ ຕ້ອງປະຕິບັດ ແລະ ພວກຂ້າພະເຈົ້າ ຂໍສະແດງ ຄວາມຂອບໃຈມາຍັງ ໂຮງໝໍ ກໍຄືຖັນແຖວ ນາຍແພດ ທຸກຄົນ ທີ່ໄດ້ໃຫ້ຄວາມເບິ່ງແຍງດູແລ ພວກຂ້າພະເຈົ້າເປັນຢ່າງດີ ໃນໄລ ຍະຜ່ານມາ.

      ຈາກ: ນ.Cath ແລະ ທ.David Butle"

      ກ່ອນສິ້ນສຸດໄລຍະເວລາກັກກັນ, ຄູ່ຜົວເມຍຊາວ ອັງກິດ ໄດ້ ໄຂຄວາມໃນໃຈ ກັບທ່ານໝໍ ຜູ້ຊ່ວຍເຂົາດ້ານແປພາສາວ່າ ເຊົ້າ ມື້ອື່ນ ພວກຂ້າພະເຈົ້າໄດ້ອອກໂຮງໝໍ ແລະ ມື້ຮືຈະກັບເມືອ ປະເທດ ອັງກິດແລ້ວ. ທີ່ຈິງ ຢູ່ ອັງກິດ ຊ່ວງເວລານີ້ ຈະເປັນສິ່ງ ໜ້າກົວກວ່າ ຢູ່ ຫວຽດນາມ, ປີໜ້າ ພວກຂ້າພະເຈົ້າ ຈະກັບຄືນມາ ຫວຽດນາມ ຍ້ອນໄປທ່ອງທ່ຽວຢູ່ ຫວຽດນາມ ມ່ວນຫຼາຍ. ລັດຖະ ບານ ຫວຽດນາມ ກຳລັງ ປະຕິບັດ ວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດ Covid-19 ໄດ້ດີຫຼາຍ!

ໂດຍ: VNP

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top