• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມມານະພະຍາຍາມຜ່ານຜ່າສິ່ງທ້າທາຍ ໂດຍສັງເກດຈາກຝ່າຍວິສາຫະກິດ

      ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນຢ່າງຫຼວງຫຼາຍຕໍ່ການພັດທະນາຂອງພື້ນຖານເສດຖະກິດໂລກເວົ້າລວມ ແລະ ຂອງຫວຽດນາມເວົ້າສະເພາະ. ໃນໄລຍະຜ່ານມາ, ພ້ອມກັບການໜູນຊ່ວຍຂອງລັດຖະບານ, ວິສາຫະກິດຫຼາຍແຫ່ງຂອງຫວຽດນາມ ໄດ້ມີການຮັບມືຢ່າງມີໄຫວພິບ, ມີແຜນການ ແລະ ຍຸດທະສາດດໍາເນີນທຸລະກິດທີ່ເໝາະສົມ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມສົນທະນາກັບວິສາຫະກິດ (ພາບ: VOV)
      ໃນບົດສະຫຼຸບກອງປະຊຸມອອນລາຍກັບປະຊາຄົມວິສາຫະກິດ ເຊິ່ງໄດ້ດໍາເນີນໃນວັນທີ 9 ພຶດສະພາຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງຄໍາຮຽກຮ້ອງ 3 ປະການສໍາລັບວິສາຫະກິດ. ໃນນັ້ນ, ຄໍາຮຽກຮ້ອງທໍາອິດແມ່ນ ບັນດາວິສາະກິດບໍ່ຕ້ອງລໍຖ້າ, ເອື່ອຍອີງໃນການພັດທະນາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍຖືວ່າ ປັດຈຸບັນ ວິສາຫະກິດຕ້ອງຮັກສາ 3 ຢ່າງ, ທີໜຶ່ງແມ່ນຮັກສາແຮງງານ; ທີສອງແມ່ນຮັກສາການຕະຫຼາດ ແລະ ການພັດທະນາຕະຫຼາດ; ທີສາມແມ່ນຮັກສາຄຸນນະທາດຂອງນັກທຸລະກິດຫວຽດນາມ ປ່ຽນແປງໃໝ່, ສັດຊື່ ແລະ ມີຄວາມຕັດສິນໃຈເພື່ອພັດທະນາ.
ຫວນຄືນໄລຍະຫຍຸ້ງຍາກທີ່ສຸດ
        ວິກິດການດ້ານສາທາລະນະສຸກໃນຊຸມເດືອນຜ່ານມາ ໄດ້ສົ່ງຜົນກະທົບເຖິງທຸກການເຄື່ອນໄຫວຂອງພື້ນຖານເສດຖະກິດ, ນັບແຕ່ການສະໜອງ ຕະຫຼອດຮອດຄວາມຕ້ອງການ, ນັບແຕ່ການຜະລິດຕະຫຼອດຮອດການບໍລິໂພກອຸປະໂພກ, ນັບແຕ່ຂະແໜງອຸດສາຫະກໍາຕະຫຼອດຮອດການບໍລິການ... ມີຫຼາຍວິສາຫະກິດຂອງຫວຽດນາມໄດ້ຢືນຢູ່ລະຫວ່າງການເລືອກເຟັ້ນວ່າ ຈະຮັດແຄບຂອບຂະໜາດ, ລໍຖ້າ, ອະນຸຍາດໃຫ້ພະນັກງານຜັດປ່ຽນກັນພັກວຽກ, ຫຼຸດຜ່ອນຄ່າໃຊ້ຈ່າຍຕ່າງໆ ... ຫຼືວ່າ ຈະຕ້ອງຊອກຫາວິທີເພື່ອໃຫ້ຜູ້ອອກແຮງງານມີວຽກເຮັດງານທໍາ ແລະ ມີລາຍຮັບໃນຈຸດເວລາທີ່ຫຍຸ້ງຍາກລໍາບາກນີ້. ທ່ານນາງ ຫງວຽນທິທູຈາງ, ຜູ້ອໍານວຍການສູນ WTO ແລະ ເຊື່ອມໂຍງ, ຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ຖືວ່າ:
        “ໃນສະພາບການນີ້, ມີວິສາຫະກິດຫຼາຍແຫ່ງມີຄວາມຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງໃນການປ່ຽນແປງ, ຫັນປ່ຽນແຫຼ່ງສະໜອງ, ຂັ້ນຕອນການຜະລິດ, ແບບວິທີການຜະລິດ, ເຮັດວຽກທາງໄກ, ນໍາໃຊ້ເຕັກໂນໂລຢີ...  ວິສາຫະກິດຕ້ອງລົງທຶນເພື່ອປ່ຽນແປງ, ວິສາຫະກິດຕ້ອງປ່ຽນແປງໃນການສໍາຜັດຕະຫຼາດ ເພື່ອຕອບສະໜອງໄດ້ຕາມຄວາມຕ້ອງການ”.
            ຕາມທ່ານນາງ ເຈິ່ນທິທູຮັ່ງ, ຜູ້ອໍານວຍການໃຫຍ່ບໍລິສັດນໍາເຂົ້າ - ສົ່ງອອກຜະລິດຕະພັນກະເສດ, ສະບຽງອາຫານຫວຽດນາມ ແລ້ວ, ບັນດາສົ້ນອອກຂອງຜະລິດຕະພັນທັງໝົດຂອງບໍລິສັດລ້ວນແຕ່ຖືກຫຼຸດລົງ, ການຂາຍຍ່ອຍສິນຄ້າປະເພດຜະລິດຕະພັນກະເສດປອດສານພິດຢູ່ບັນດາລະບົບຮ້ານສັບພະສິນຄ້າລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ. ເພື່ອຜ່ານຜ່າໄລຍະອັນຫຍຸ້ງຍາກນີ້, ໄປຄຽງຄູ່ກັບການຊອກຫາສົ້ນອອກຢູ່ພາຍໃນປະເທດແລ້ວ,ໃນໄລຍະຈະມາເຖິງ ທາງວິສາຫະກິດຈະຕ້ອງຍູ້ແຮງການຊອກຫາຕະຫຼາດແຫ່ງໃໝ່ທີ່ເໝາະສົມກັບບັນດາຜະລິດຕະພັນກະເສດປອດສານພິດ ແລະ ອົງຄະທາດ, ທ່ານນາງກ່າວວ່າ:
        “ພວກຂ້າພະເຈົ້າ ໄດ້ຫັນໄປສູ່ການປຸງແຕ່ງ ໂດຍບໍ່ເຮັດເປັນວັດຖຸດິບຄືແຕ່ກ່ອນອີກແລ້ວ. ພ້ອມກັນນັ້ນ, ສໍາລັບບັນດາປະເພດອາຫານສົດທີ່ຈໍາໜ່າຍປະຈໍາວັນ, ພວກຂ້າພະເຈົ້າໄດ້ຫຸ້ມຫໍ່ເປັນແຕ່ລະຊຸດ ແລ້ວນໍາໄປແນະນໍາ, ວາງຂາຍຢູ່ບັນດາສໍານັກງານ, ອາພາເມນແຫ່ງຕ່າງໆ. ປັດຈຸບັນ, ພວກຂ້າພະເຈົ້າພວມຊອກຮູ້ບັນດາຕະຫຼາດແຫ່ງໃໝ່, ພວກຂ້າພະເຈົ້າເຫັນວ່າຕະຫຼາດ ອິນເດຍ ກໍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ໃນທ້າຍເດືອນນີ້ ພວກເຂົ້າພະເຈົ້າຈະໄປຍັງ ອິນເດຍ ເຂົ້າຮ່ວມງານວາງສະແດງສິນຄ້າ”. 
            ໂດຍແມ່ນໜຶ່ງໃນບັນດາຂະແໜງທີ່ຖືກຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ Covid - 19, ປັດຈຸບັນ, ຂະແໜງການທ່ອງທ່ຽວຫວຽດນາມພວມຍົກອອກບັນດາໂປຮໂມຊັນເພື່ອເລີ່ມນຳຕະຫຼາດພາຍໃນປະເທດເຂົ້າການເຄື່ອນໄຫວຄືນໃໝ່, ຍົກອອກບັນດາຜະລິດຕະພັນການທ່ອງທ່ຽວໃໝ່…ທ່ານ ຫງວຽນກ໊ວກກີ່, ຜູ້ອຳນວຍການ Viettravel, ໃຫ້ຮູ້ວ່າ:
        ຍາດແຍ່ງກາລະໂອກາດແຕ່ຫົວທີ ແລະ ຜັນຂະຫຍາຍສານຫວຽດນາມແມ່ນສະຖານທີ່ທີ່ປອດໄພໃນທັນທີເພື່ອສົ່ງເສີມ, ໂຄສະນາ, ດຶງດູດແຂກທ່ອງທ່ຽວ. ພວກຂ້າພະເຈົ້າຂໍສະເໜີໃຫ້ສ້າງສາມລ່ຽມກຳລັງໜູນເພື່ອພັດທະນາການທ່ອງທ່ຽວ, ຍົກຕົວຢ່າງຄືພາກເໜືອແມ່ນ ຮ່າໂນ້ຍ, ນິງບິ່ງ, ກ໋ວາງນິງ; ພາກກາງແມ່ນ ເຫ້ວ - ດ່ານັ້ງ - ກ໋ວາງນາມ, ຍາຈາງ - ດັກລັກ - ຟູອຽນ, ພາກໃຕ້ແມ່ນ ນະຄອນໂຮ່ຈີມິນ - ບ່າເຣຍວຸງເຕົ່າ - ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນຫຼຸດຄ່າບໍລິການເຂົ້າບັນດາສະຖານທີ່ຢ້ຽມຊົມລົງ 50%, ສະເໜີຄັດເລືອກເປີດບັນດາເສັ້ນທາງພາຍໃນປະເທດຄືນໃໝ່, ຍົກເລີກໂຄຕາການບິນພາຍໃນປະເທດ.
ການໜູນຊ່ວຍຈາກອົງການບໍລິຫານ
        ນອກຈາການເປັນເຈົ້າການ, ການລົງທຶນດ້ານພູມປັນຍາ, ເຫື່ອແຮງຂອງວິສາຫະກິດແລ້ວການໜູນຊ່ວຍຂອງລັດຖະບານ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງແມ່ນມີຄວາມສຳຄັນ ແລະຈຳເປັນຢ່າງແທ້ຈິງໃນຈຸດເວລານີ້. ປັດຈຸບັນ, ລັດຖະບານໄດ້ມີບັນດາຄຳໝັ້ນສັນຍາ. ທ່ານນາຍົກລັດຖະມົນຕີຮັບປະກັນວ່າ ລັດຖະບານຈະຍູ້ແຮງການປະຕິຮູບລະບອບລະບຽບການບໍລິຫານ, ໜູນຊ່ວຍວິສາຫະກິດກ່ຽວກັບກົນໄກ, ນະໂຍບາຍ… ທີ່ກອງປະຊຸມລັດຖະບານ ກັບ ວິສາຫະກິດ, ໃນວັນທີ 9 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ຊີ້ນຳວ່າ:
        ບັນດາກະຊວງ, ອົງການ, ພິເສດແມ່ນບັນດາທ້ອງຖິ່ນຕ້ອງມີໂຄງການກະທຳຢ່າງລະອຽດເພື່ອແກ້ໄຂຄວາມຫຍຸ້ງຍາກໃນການພັດທະນາໃຫ້ແກ່ວິສາຫະກິດ, ໃນນັ້ນຕ້ອງປັບປຸງສະພາບການຄວບຄຸມ, ເພີ່ມທະວີການກວດກາຕາມພາຍຫຼັງ, ປະຕິບັດບັນດາລະບອບບະບຽບການໂດຍໄວ”. ເອົາໃຈໃສ່ແກ້ໄຂຂໍ້ສະເໜີຂອງວິສາຫະກິດໂດຍໄວກ່ວາອີກ, ສະດວກກ່ວາອີກ, ບໍ່ປະໃຫ້ແຫ່ຍາວເວລາເຮັດໃຫ້ສູນເສຍກາລະໂອກາດດຳເນີນທະລຸກິດຂອງວິສາຫະກິດ. ພິເສດແມ່ນ, ບັນດາວິສາຫະກິດລ້ວນແຕ່ມີຄວາມຫວັງຢາກຮັກສາສະຖຽນລະພາບທາງດ້ານມະຫາພາກ, ເປັນຕົ້ນແມ່ນບໍ່ປະໃຫ້ເງິນເຟີ້ສູງເພື່ອຮັກສາມູນຄ່າຂອງສະກຸນເງິນດົ່ງ ຫວຽດນາມ.
        ການນຳລັດຖະບານກໍ່ຢ້ຳຄືນການຖະແຫຼງຂອງຜູ້ໃຫ້ກຳເນີດທິດສະດີວິວັດທະນາການຂອງ ທ່ານ Charles Robert  Darwin ທີ່ວ່າ: “ພວກທີ່ສາມາດຄົງຕົວໄດ້, ບໍ່ແມ່ນພວກທີ່ເຂັ້ມແຂງ ຫຼື ສະຫຼາດທີ່ສຸດ ເຊິ່ງແມ່ນພວກທີ່ມີຄວາມສາມາດປັບຕົວເຂົ້າກັບສະພາບການດີທີ່ສຸດ”. ໃນສະພາບການຄືໃນປັດຈຸບັນ, ຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ, ໄຫວພິບ ຈະຊ່ວຍໃຫ້ປະຊາຄົມວິສາຫະກິດ ຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຄືໃນປັດຈຸບັນໂດຍໄວເພື່ອກຽມພ້ອມໃຫ້ແກ່ການຟື້ນຟູ ແລະ ຮັບມືຕໍ່ກະແສຟອງຫັນປ່ຽນການລົງທຶນສາກົນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top