• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມຍຸຕິທຳ, ສະເໝີພາບໃນການເຂົ້າເຖິງການບໍລິການປ້ອງກັນ, ຕ້ານ HIV ແລະ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ

ຢູ່ ຫວຽດນາມ, ລັດຖະບານ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ສືບຕໍ່ມານະພະຍາຍາມປັບປຸງຄວາມສາມາດເຂົ້າເຖິງບັນດາການບໍລິການປ້ອງກັນ, ຕ້ານ HIV.
(ທີ່ການພົບປະປະຈຳປີ)

ວັນທີ 10 ທັນວາ, ຢູ່ ຮ່າໂນ້ຍ, ອົງການຂອງສະຫະປະຊາຊາດກ່ຽວກັບຄວາມສະເໝີພາບ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women ຫວຽດນາມ) ແລະ ໂຄງການສົມທົບຂອງສະຫະປະຊາຊາດກ່ຽວກັບ HIV/AIDS (UNAIDS) ໄດ້ຈັດການພົບປະປະຈຳປີ “ຄວາມຍຸຕິທຳ, ສະເໝີພາບໃນການເຂົ້າເຖິງການບໍລິການປ້ອງກັນ, ຕ້ານ HIV ແລະ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ”.

        ຢູ່ ຫວຽດນາມ, ລັດຖະບານ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ສືບຕໍ່ມານະພະຍາຍາມປັບປຸງຄວາມສາມາດເຂົ້າເຖິງບັນດາການບໍລິການປ້ອງກັນ, ຕ້ານ HIV, ເບິ່ງແຍງດູແລສຸຂະພາບ, ພ້ອມທັງແກ້ໄຂບັນຫາການຈຳແນກການປະພຶດກ່ຽວຂ້ອງເຖິງທັງ HIV ແລະ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ. ເປົ້າໝາຍແມ່ນ, ສ້າງສັງຄົມທີ່ມີຄວາມຍຸຕິທຳ, ເປັນບ່ອນສິດຜົນປະໂຫຍດ ແລະ ສຸຂະພາບຂອງໝົດທຸກຄົນ, ພິເສດແມ່ນຜູ້ມີຄວາມສ່ຽງຖືກຜົນສະທ້ອນຈາກ HIV ແລະ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ, ໄດ້ຮັບການປົກປ້ອງ ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top