• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມຊົງຈຳກ່ຽວກັບຄວາມສາມັກຄີຮ່ວມສຳພັນສູ້ຣົບ ຫວຽດນາມ - ລາວ ຍາມໃດກໍຢູ່ໃນໃຈປະຊາຊົນສອງປະເທດ

      ເພື່ອປະຕິບັດໜ້າທີ່ສາກົນອັນສູງສົ່ງ ແລະ ປະຕິບັດຕາມຄຳສັ່ງສອນຂອງ ປະທານໂຮ່ຈີມິນພະນັກງານນັກຮົບທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ຜ່ານຜ່າຄວາມລຳບາກຍາກເຂັນນາໆປະການ ແລະ ເຕັມໄປດ້ວຍການເສຍສະຫຼະເລືອດເນື້ອເຫື່ອແຮງ ໃນທີ່ສຸດກໍປະຕິບັດສຳເລັດໜ້າທີ່ເຊິ່ງ ພັກລັດປະຊາຊົນມອບໝາຍໃຫ້ ແລະ ຕໍ່ສູ້ໄດ້ຮັບໄຊຊະນະໃນຫຼາຍສະໜາມຮົບຂອງ ລາວໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາ ມາຮຸກຮານຖັນແຖວທະຫານອາສາສະໝັກ ຫວຽດນາມ ໄດ້ພ້ອມກັບທະຫານ ແລະ ປະຊາຊົນລາວບັນດາເຜົ່າຍາດໄດ້ໄຊຊະນະຢ່າງສິ້ນເຊິງໃນເສັ້ນທາງປະຫວັດສາດທີ່ສະຫງ່າອົງອາດນັ້ນ ແມ່ນເຕັມໄປດ້ວຍຮ່ອງຮອຍຂອງຄວາມຕັດສິນໃຈກາ
            ໃນຕະຫຼອດໄລຍະ 30 ປີ (1945 – 1975), ກອງທັບ ຫວຽດນາມ ພ້ອມດ້ວຍກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮຽງບ່າຮຽງໄຫຼ່ ພ້ອມກັນຕໍ່ສູ້ ແລະ ຍາດເອົາໄຊຊະນະ ພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ຜູ້ຮຸກຮານເທື່ອລະກ້າວ. ພິເສດ, ກຳລັງທະຫານອາສາສະໝັກ ຫວຽດນາມ ໄດ້ພ້ອມກັບທະຫານ ແລະ ປະຊາຊົນລາວ ຕໍ່ສູ້ເພື່ອປົກປັກຮັກສາເສັ້ນທາງຂົນສົ່ງຍຸດທະສາດ - ເສັ້ນທາງ ໂຮ່ຈີມິນ ຢູ່ທາງທິດຕາເວັນຕົກສາຍພູຫຼວງ, ອັນໄດ້ປະກອບສ່ວນເຂົ້າໃນໄຊຊະນະລວມຂອງການປະຕິວັດສາມຊາດອິນດູຈີນ ຫວຽດນາມ - ລາວ - ກຳປູເຈຍ.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
       ບໍ່ພຽງແຕ່ໃຫ້ການຊ່ວຍເຫຼືອເພື່ອນ ລາວ ໃນການສ້າງພື້ນຖານການເມືອງ; ສ້າງ ແລະ ປັບປຸງກຳລັງປະກອບອາວຸດ ແລະ ບັນດາຖານທີ່ໝັ້ນການປະຕິວັດເທົ່ານັ້ນ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນານ ຍັງໄດ້ປະກອບສ່ວນຊ່ວຍເຫຼືອເພື່ອນ ລາວ ຂະຫຍາຍກຳລັງແຮງໃນໝູ່ປະຊາຊົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕໍ່ຕ້ານ; ຝຶກອົບຮົມບຳລຸງກຳລັງປະກອບອາວຸດ, ເພີ່ມທະວີວຽກງານການເມືອງ, ການກໍ່ສ້າງພັກ; ບຳລຸງສ້າງ ແລະ ພັດທະນາຖັນແຖວພະນັກງານໃຫ້ມີກຳລັງແຮງຢ່າງພຽງພໍເພື່ອແບກຫາບໜ້າທີ່ການປະຕິວັດຂອງ ລາວ. ໃນສົງຄາມຕໍ່ຕ້ານຈັກກະພັດ ອາເມລິກາ, ທະຫານອາສາສະໝັກ  ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ຊ່ວຍເພື່ອນກ່ຽວກັບດ້ານການທະຫານ, ການສ້າງກຳລັງປະກອບອາວຸດ, ໃນນັ້ນ ໄດ້ເອົາໃຈໃສ່ເຖິງການສ້າງກອງທັບປະເທດ ລາວ ໃຫ້ກາຍເປັນກຳລັງຫຼວງ, ຫຼັກແຫຼ່ງແກ່ນສານຂອງບັນດາກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ; ເອົາໃຈໃສ່, ຊ່ວຍເຫຼືອກໍ່ສ້າງກຳລັງຮັກຊາດລາວ ພ້ອມກັນສາມັກຄີສົມທົບກັບກອງທັບປະເທດລາວ ເຂົ້າຮ່ວມການຕໍ່ສູ້ຕ້ານສັດຕູ. ທ່ານພັນເອກ ເລມາຍ, ອະດີດຫົວໜ້າຫ້ອງການຄະນະຮັບຜິດຊອບທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ແຂວງ ຫຼວງພະບາງ ແບ່ງປັນວ່າ: ໃນຊຸມປີປະຕິບັດໜ້າທີ່ຢູ່ປະເທດລາວ ເພື່ອນບ້ານ, ເຖິງວ່າຊີວິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ພະນັກງານ, ນັກຮົບທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ ຍາມໃດກໍໄດ້ຮັບການອຸ້ມຊູຊ່ວຍເຫຼືອ, ແບ່ງທຸກແບ່ງສຸກນຳທະຫານ, ປະຊາຊົນ ພ້ອມດ້ວຍອຳນາດການປົກຄອງທຸກຂັ້ນຂອງ ລາວ.
            “ອ້າຍນ້ອງກຳລັງປະກອບອາວຸດພວກຂ້າພະເຈົ້າ ໄດ້ຊ່ວຍຄະນະພັກແຂວງອົງຄະນະພັກແຂວງ ຫຼວງພະບາງ ເພື່ອໃຫ້ເຂົາເຈົ້າເຂົ້າໃຈວ່າ ເມື່ອດຳເນີນການຕໍ່ຕ້ານຕ້ອງຈັດຕັ້ງປະຊາຊົນຄືແນວໃດຫຼືວ່າໃນວຽກງານກໍ່ສ້າງພັກ ແມ່ນຮູ້ຫຍັງແດ່ກ່ຽວກັບພັກໜ້າທີ່ຂອງພວກຂ້າພະເຈົ້າແມ່ນ ເຮັດແນວໃດໃຫ້ແຕ່ລະບ້ານຕາແສງເມືອງ ຕ້ອງມີຄະນະສະມາຊິກພັກ ເພື່ອບຳລຸງສ້າງພະນັກງານສະມາຊິກພັກເມື່ອເຂົາເຈົ້າເຕີບໃຫຍ່ເຂັ້ມແຂງ ແລະ ມີການຈັດຕັ້ງແລ້ວ ສອງຝ່າຍຈະຮ່ວມມືກັນນັ້ນແມ່ນຂັ້ນຕອນລຳບາກທີ່ສຸດ."
      
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍການນຳຂັ້ນສູງສອງປະເທດ ຢ້ຽມຊົມພາບຖ່າຍກ່ຽວກັບການຮ່ວມສໍນພັນສູ້ຮົບລະຫວ່າງ ຫວຽດນາມ - ລາວ
      ເມື່ອຫວນຄືນຄວາມຊົງຈຳຂອງຕົນນັບແຕ່ມື້ທຳອິດທີ່ມານະຄອນຫຼວງ ຮ່າໂນ້ຍ ເມື່ອເດືອນກັນຍາ ປີ 1969, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ: ເວລານັ້ນ ຮ່າໂນ້ຍ ໄດ້ປົກຄຸມໄປດ້ວຍບັນຍາກາດທີ່ມິດງຽບ ແລະ ຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ປະທານ ໂຮ່ຈີມິນ. ບັນຍາກາດເຫຼົ່ານັ້ນ ຍັງຝັງເລິກໃນໃຈຂອງເພິ່ນມາຮອດທຸກມື້ນີ້. ພວກສັດຕູຖືວ່າ ປະທານໂຮຈີມິນ ຫາກໍຈາກໄປນັ້ນ, ແຫຼ່ງກຳລັງໃຈຂອງນັກຮົບປະຕິວັດ ຫວຽດນາມ ຈະຖືກຫຼຸດລົງ, ສະນັ້ນ ໄດ້ສວຍໃຊ້ໂອກາດນີ້ເພື່ອເປີດບັ້ນຕໍ່ສູ້ຢູ່ທົ່ວທຸກເຂດພາກຂອງ ຫວຽດນາມ ດ້ວຍຈຸດປະສົງທຳລາຍຈິດໃຈຂອງປະຊາຊົນ ຫວຽດນາມ… ແຕ່ກົງກັນຂ້າມ, ນ້ຳໃຈປະຕິວັດ, ນ້ຳໃຈຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ແລະ ພວກລູກແຫຼ້ງຕີນມື ໄຊງ່ອນ ຍິ່ງເພີ່ມຂຶ້ນສູງ ດ້ວຍຄຳຂວັນ ຕໍ່ສູ້ເພື່ອປະເທດຊາດ, ຕໍ່ສູ້ເພື່ອປົກປັກຮັກສາພາກໃຕ້. 
 
      ຫວນເບິ່ງຄືນໄລຍະປະຫວັດສາດທີ່ສະຫງ່າອົງອາດທີ່ໄດ້ຜ່ານພົ້ນໄປ, ປະຊາຊົນສອງປະເທດ ຫວຽດນາມ - ລາວ ຍາມໃດກໍມີຄວາມເອກອ້າງທະນົງໃຈຕໍ່ວິວັດການສ້າງສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ຫາຍາກໃນໂລກນີ້. ເສັ້ນທາງດັ່ງກ່າວ ແມ່ນເຕັມໄປດ້ວຍຄວາມຕັດສິນໃຈ, ການເສຍສະຫຼະເລືອດເນື້ອເຫື່ອແຮງ ແລະ ຄວາມຜູກພັນອັນໜຽວແໜ້ນຂອງທະຫານ ແລະ ປະຊາຊົນ - ຜູ້ຄົນດີເດັ່ນຂອງສອງຊາດ. ມາຮອດປັດຈຸບັນນີ້, ສອງປະເທດ ຍັງສືບຕໍ່ຖະໜຸຖະໜອມ ແລະ ສືບທອດມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍ, ຊ່ວຍເຫຼືອເຊິ່ງກັນແລະກັນ ໃນຂະບວນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ./. 
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top