ຂ່າວສານ
ຄວບຄຸມການເຂົ້າ - ອອກເມືອງຫວຽດນາມ ສໍາລັບຜູ້ທີ່ໃຊ້ພາຫະນະປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
(ພາບປະກອບ: TTXVN)
ກ່ຽວກັບການຄວບຄຸມການເຂົ້າ - ອອກເມືອງ ຫວຽດນາມ ສໍາລັບຜູ້ທີ່ໃຊ້ຍານພາຫະນະປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອເຂົ້າຮ່ວມການຊ້ອມຮົບ, ຝຶກຊ້ອມນັ້ນ ອົງການຂອງຜູ້ກ່ຽວຕ້ອງລາຍງານເປັນລາຍລັກອັກສອນກ່ຽວກັບແຜນການ, ເວລາ, ສະຖານທີ່, ປ້າຍລົດ, ບັນຊີລາຍຊື່ ແລະ ປະເພດໜັງສືຜ່ານແດນເຂົ້າ - ອອກເມືອງຂອງຜູ້ກ່ຽວ ເຊິ່ງໄດ້ຮັບການອະນຸມັດຈາກຂັ້ນມີສິດອໍານາດ ໃຫ້ ກົມຄຸ້ມຄອງການເຂົ້າອອກເມືອງ, ກອງບັນຊາການທະຫານປ້ອງກັນຊາຍແດນ ຢ່າງໜ້ອຍສຸດແມ່ນ 48 ວັນ ກ່ອນທີ່ຈະອອກເມືອງ.
ດໍາລັດສະບັບດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 01 ກໍລະກົດເປັນຕົ້ນໄປ.
(ແຫຼ່ງຄັດຈາກ VOV)