ຂ່າວສານ

ຄວບ​ຄຸມ​ການ​ເຂົ້າ - ອອກ​ເມ​ືອງຫວຽດນາມ ສໍາລັບ​ຜູ້​ທີ່ໃຊ້​ພາຫະ​ນະ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ

ລັດຖະບານຫວຽດນາມ ຫາກໍປະກາດໃຊ້ດໍາລັດວ່າດ້ວຍການກໍານົດກ່ຽວກັບການຄວບຄຸມການເຂົ້າ - ອອກເມືອງ ຫວຽດນາມ ສໍາລັບຜູ້ທີ່ໃຊ້ພາຫະນະປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

(ພາບປະກອບ: TTXVN)

  ກ່ຽວກັບການຄວບຄຸມການເຂົ້າ - ອອກເມືອງ ຫວຽດນາມ ສໍາລັບຜູ້ທີ່ໃຊ້ຍານພາຫະນະປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອເຂົ້າຮ່ວມການຊ້ອມຮົບ, ຝຶກຊ້ອມນັ້ນ ອົງການຂອງຜູ້ກ່ຽວຕ້ອງລາຍງານເປັນລາຍລັກອັກສອນກ່ຽວກັບແຜນການ, ເວລາ, ສະຖານທີ່, ປ້າຍລົດ, ບັນຊີລາຍຊື່ ແລະ ປະເພດໜັງສືຜ່ານແດນເຂົ້າ - ອອກເມືອງຂອງຜູ້ກ່ຽວ ເຊິ່ງໄດ້ຮັບການອະນຸມັດຈາກຂັ້ນມີສິດອໍານາດ ໃຫ້ ກົມຄຸ້ມຄອງການເຂົ້າອອກເມືອງ, ກອງບັນຊາການທະຫານປ້ອງກັນຊາຍແດນ ຢ່າງໜ້ອຍສຸດແມ່ນ 48 ວັນ ກ່ອນທີ່ຈະອອກເມືອງ.

        ດໍາລັດສະບັບດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 01 ກໍລະກົດເປັນຕົ້ນໄປ. 

(ແຫຼ່ງຄັດຈາກ VOV)


top