• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂີດ​ໝາຍຂອງ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ທີ່​ແທດ​ເໝາະ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ

ກອງປະຊຸມຄັ້ງປະຖົມມະລຶກຂອງ ອາຍຸການ ສະພາແຫ່ງຊາດຊຸດທີ XV ຈະສິ້ນສຸດລົງໃນມື້ນີ້, ພາຍຫຼັງຈັດກອງປະຊຸມມາເປັນເວລາ 1 ອາທິດ ຢູ່ ນະຄອນຫຼວງຮ່າໂນ້ຍ. ເຖິງວ່າເວລາ ໄດ້ຫຼຸດສັ້ນລົງ ເມື່ອທຽບໃສ່ກັບການຄາດຄະເນເບື້ອງຕົ້ນ ແຕ່ນີ້ແມ່ນວາລະປະຊຸມພິເສດ ບໍພຽງແຕ່ໃນການເລືອກຕັ້ງ, ໃຫ້ສັດຕະຍາບັນ ບຸກຄະລາກອນຂັ້ນສູງ ຂອງກົງຈັກ ແຫ່ງລັດເທົ່ານັ້ນ ຫາກຍັງພິເສດກ່ວານີ້ອີກ ແມ່ນກອງປະຊຸມໄດ້ສະແດງໃຫ້ເຫັນຈິດໃຈຮ່ວມເດີນທາງກັບ ລັດຖະບານ, ສາມັກຄີກັນພ້ອມກັບປະຊາຊົນ ເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ.   
ກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດຊຸດທີ XV (ພາບ: TTXVN) 

ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV ມີບົດບາດສຳຄັນທີ່ສຸດ, ສ້າງພື້ນຖານໃຫ້ແກ່ການເຄື່ອນໄຫວຂອງ ສະພາແຫ່ງຊາດຊຸດທີ XV. ບັນດາສະມາຊິກເຂົ້າຮ່ວມກອງປະຊຸມ ໄດ້ພິຈາລະນາ, ຕັດສິນຫຼາຍເນື້ອໃນສຳຄັນຄື: ຕັດສິນໂຄງປະກອບການຈັດຕັ້ງ ແລະ ເລືອກຕັ້ງ, ໃຫ້ສັດຕະຍາບັນ ບຸກຄະລາກອນຂັ້ນສູງຂອງກົນຈັກລັດ, ພິຈາລະນາ, ຕັດສິນບັນດາແຜນການ 5 ປີ ຮັບປະກັນລັກສະນະສັງລວມ ແລະ ໃນການພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ...

ບັນດາລັດຖະນະໂຍບາຍຕັດສິນການພັດທະນາຂອງປະເທດຊາດ

ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV ໄດ້ບູລະນະບຸກຄະລາກອນການນຳຫຼັກແຫຼ່ງຂອງ ລັດ, ພ້ອມທັງບູລະນະບຸກຄະລາກອນຂັ້ນສູງ ເພື່ອປະຕິບັດສຳເລັດທຸກວຽກງານ ບຸກຄະລາກອນຂອງ ອາຍຸການໃໝ່. ນີ້ແມ່ນເນື້ອໃນຈຸດສຸມ ຂອງກອງປະຊຸມ, ມີຄວາມໝາຍສຳຄັນ, ຕັດສິນໂດຍກົງເຖິງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງກົງຈັກລັດ ໃນທົ່ວອາຍຸການ.

ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຮອງເອົາ, ເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ ຫຼາຍຕຳແໜ່ງ, ໃນນັ້ນມີ: ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ...ເລື່ອງບູລະນະບັນດາຕຳແໜ່ງການນຳຂອງບັນດາອົງການແຫ່ງລັດໃຫ້ສົມບູນແບບ ໂດຍໄວ ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ທ່ານ ຟານທ໊າຍບິ່ງ ສະມາຊິກ ຄະນະສະມາຊິກສະພາແຫ່ງຊາດແຂວງ ກ໋ວາງນາມ ໃຫ້ຮູ້ວ່າ:

 ຂ້າພະເຈົ້າຫວັງວ່າ ໃນອາຍຸການສະພາແຫ່ງຊາດຊຸດທີ XV ນີ້, ດ້ວຍບົດຮຽນ, ປະສົບການທີ່ມີຢູ່ແລ້ວ ແລະ ຄວາມສຸດຈິດສຸດໃຈ, ບັນດາຕຳແໜ່ງທີ່ໄດ້ຮັບການເລືອກຕັ້ງ ຈະຮ່ວມແຮງຮ່ວມໃຈເພື່ອປະຕິບັດສຳເລັດບັນດາພາລະກິດ ເຊິ່ງພັກ, ລັດ ແລະ ປະຊາຊົນ ໄດ້ໄວ້ວາງໃຈ ແລະ ມອບໝາຍ.

ແລະກໍ່ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິກ່ຽວກັບແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 5 ປີ 2021 – 2025, ໃນນັ້ນ ໄດ້ກຳນົດດັດຊະນີການເຕີບໂຕໄລ່ສະເລ່ຍໃນໄລຍະ 5 ປີປະມານ 6,5 – 7 %, GDP ໄລ່ສະເລ່ຍຕໍ່ຫົວຄົນມາຮອດປີ 2025 ບັນລຸໄດ້ປະມານ 4.700 – 5000 USD. ສະພາແຫ່ງຊາດ ໄດ້ຕັດສິນເພີ່ມຕື່ມແຫຼ່ງກຳລັງໃຫ້ແກ່ວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ໃນໄລຍະ 5 ປີຈະມາເຖິງ ດ້ວຍການຮັບຮອງເອົາແຜນການລົງທຶນໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃນໄລຍະ 2021 – 2025. ສິ່ງນີ້ຈະປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກຫຼາຍແງ່ມູນ, ກວມລວມ, ຍືນຍົງ, ຮັບປະກັນການໜູນຊ່ວຍສັງຄົມ.

ຮ່ວມເດີນທາງກັບ ລັດຖະບານ, ພ້ອມກັບປະຊາຊົນປ້ອງກັນຕ້ານໂລກລະບາດໂຄວິດ - 19

ເລື່ອງສະພາແຫ່ງຊາດ ຍົກອອກເນື້ອໃນກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເຂົ້າໃນມະຕິຂອງສະພາແຫ່ງຊາດຊຸດທີ XV ກໍ່ຫຼຸດລົງ 3 ມືເຮັດວຽກ ເມື່ອທຽບໃສ່ກັບໂຄງການ ທີ່ໄດ້ຮັບຮອງເອົາໃນໄລຍະຕົ້ນກອງປະຊຸມ ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ ໃນການເຄື່ອນໄຫວຂອງ ສະພາແຫ່ງຊາດ ຫວຽດນາມ. ບັນດາຄຳຕັດສິນນີ້ ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ລັດຖະບານ ມີຄວາມເປັນເຈົ້າການກ່ວາ ໃນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ປົກປ້ອງສຸຂະພາບຂອງປະຊາຊົນ. ທ່ານ ເລຂານຸການໃຫຍ່ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸກວັນເກື່ອງ ໃຫ້ຮູ້ວ່າ:

ສະພາແຫ່ງຊາດຕ້ອງເພີ່ມທະວີຄວາມເປັນເຈົ້າການ, ໄຫວພິບ, ຂ້ຽວຂາດ, ເຮັດວຽກ ນອກໂມງລັດຖະການ (ພາຍຫຼັງ 17 ໂມງ ແລະ 11 ໂມງ 30 ນາທີ່ທຸກວັນ), ເຮັດວຽກທັງວັນອາທິດ. ສະເພາະສຳລັບບັນດາອົງການຂອງ ສະພາແຫ່ງຊາດ, ເຮັດວຽກໝົດຄືນ ດ້ວຍທິດນຳທີ່ວ່າ ຫຼຸດລົງເວລາ ແຕ່ບໍ່ກໍ່ຜົນສະທ້ອນຕໍ່ເນື້ອໃນ, ຄຸນນະພາບຂອງກອງປະຊຸມ. ດັ່ງນັ້ນ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ອັດລົງໄວກ່ວາປົກກະຕິ 3 ວັນ ເມື່ອທຽບໃສ່ກັບບັນດາໂຄງການໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມຈັດກຽມ, ຫຼຸດລົງ 8 ວັນເມື່ອທຽບໃສ່ກັບການຄາດຄະເນ.

ຕາມມະຕິຂອງສະພາແຫ່ງຊາດ, ລັດຖະບານໄດ້ເປັນເຈົ້າການ, ນຳໃຊ້ບັນດາມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢ່າງມີໄຫວພິບ, ໃນນັ້ນໄດ້ປະກາດໃຊ້ບັນດາຂໍ້ກຳນົດທີ່ຈຳເປັນ ທີ່ຍັງບໍ່ທັນໄດ້ກຳນົດໃນກົດໝາຍ ເພື່ອແກ້ໄຂບັນດາບັນຫາເກີດຂຶ້ນໃໝ່ ຢ່າງທັນການ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນຂອງ ວຽກງານ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຄືນຳໃຊ້ກົນໄກພິເສດ ໃນການໃຫ້ອະນຸຍາດ, ຊື້ເຄື່ອງ, ຜະລິດຢຸກຢາ, ອຸປະກອນການແພດ, ທາດເຄມີ ແລະ ລົງທຶນພື້ນຖານວັດຖຸ. ນີ້ແມ່ນວິທີການແກ້ໄຂທີ່ບໍ່ເຄີຍມີມາກ່ອນ.

ບັນດາການປັບປຸງດັ່ງກ່າວສະແດງໃຫ້ເຫັນຄວາມໄຫວພິບ ແລະ ການຕັດສິນຢ່າງ ເດັດຂາດ ຂອງ ສະພາແຫ່ງຊາດ, ຕິດແທດກັບຄວາມຮຽກຮ້ອງຂອງຕົວຈິງ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ທ່ານ ຫງວຽນວັນຕຽນ, ອະດີດຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງ ສະພາແຫ່ງຊາດຖືວ່າ:

 ຂ້າພະເຈົ້າຄິດວ່າ ນີ້ແມ່ນການຕັດສິນທີ່ສະຫຼາດສ່ອງໃສ, ສະແດງໃຫ້ເຫັນການຕັດສິນໃຈຢ່າງເດັດຂາດ, ການສະໜັບສະໜູນຂອງສະພາແຫ່ງຊາດ ຕໍ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ເຖິງວ່າໃນກອງປະຊຸມຄັ້ງນີ້, ບັນດາລະບຽບການລ້ວນແຕ່ຕ້ອງປະຕິບັດຕາມຂັ້ນຕອນຢ່າງແໜ້ນແຟ້ນ ແຕ່ເລື່ອງສະພາແຫ່ງຊາດໄດ້ສຳເລັດທຸກໆວຽກງານ ສະແດງໃຫ້ເຫັນວ່າ ສະພາແຫ່ງຊາດ ໄດ້ເຮັດວຽກນອກໂມງລັດຖະການຫຼາຍທີ່ສຸດ.

ກອງປະຊຸມຄັ້ງປະຖົມມະລຶກ ຂອງ ສະພາແຫ່ງຊາດ ຊຸດທີ XV ໄດ້ປະຕິບັດສຳເລັດບົດບາດຄວາມຮັບຜິດຊອບ ດ້ວຍບັນດາເນື້ອໃນສຳຄັນຂອງ ທົ່ວອາຍຸການ. ຫຼຸດລົງໂຄງການດຳເນີນງານຂອງກອງປະຊຸມ ແຕ່ບັນດາລັດຖະນະໂຍບາຍໄດ້ຖືກໝູ່ຄະນະສະພາແຫ່ງຊາດ ຮັບຮອງເອົາ ຢູ່ກອງປະຊຸມຄັ້ງນີ້ ໄດ້ສ້າງຂີດໝາຍອັນເລິກເຊິ່ງກ່ຽວກັບສະພາແຫ່ງຊາດທີ່ມີຄວາມສະໜິດຕິດແທດກັບ ປະຊາຊົນ, ເພື່ອປະຊາຊົນ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top