ການຢ້ຽມຢາມໄດ້ດຳເນີນໃນສະພາບການຫວຽດນາມ ແລະ ສປປ.ເກົາຫຼີ ຈັດຕັ້ງປີມິດຕະພາບ ຫວຽດນາມ - ສປປ.ເກົາຫຼີ 2025, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (31/1/1950 - 31/1/2025). ນີ້ກໍ່ແມ່ນການຢ້ຽມຢາມ ສປປ.ເກົາຫຼີ ຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມພາຍຫຼັງ 18 ປີ, ນັບແຕ່ການຢ້ຽມຢາມສປປ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ນົງດຶກແມັ້ງເມື່ອປີ 2007, ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ໃນປິພິເສດນີ້.
ພື້ນຖານການພົວພັນອັນໝັ້ນແກ່ນ
ກ່ອນນີ້ 75 ປີ, ຄືວັນທີ 31 ມັງກອນ 1950, ປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ (ປັດຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ) ແລະ ປະເທດ ສາທາລະນະລັດ ປະຊາທິປະໄຕປະຊາຊົນ ເກົາຫຼີ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ນັບແຕ່ນັ້ນມາຮອດປັດຈຸບັນ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ໂດຍສອງພັກ, ສອງ ລັດ ແລະ ປະຊາຊົນ ສອງປະເທດ ຍາມໃດກໍ່ຖືເປັນສຳຄັນ, ປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.
ໃນຊ່ອງທາງພັກ, ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກແຮງງານ ສປປ.ເກົາຫຼີ ສືບຕໍ່ໄດ້ຮັກສາ, ສວມບົດບາດໃນການກຳນົດທິດຍຸດທະສາດໃຫ້ແກ່ການພັດທະນາການພົວພັນສອງຝ່າຍໂດຍສັງລວມ. ຍ້ອນເຫດນັ້ນ, ການພົວພັນສອງປະເທດຍາມໃດກໍ່ໄດ້ຮັກສາເປັນຢ່າງດີ. ໃນບັນດາຂົງເຂດ, ການຮ່ວມມືດ້ານກະສິກຳ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນ. ໄປຄຽງຄູ່ກັນນັ້ນ, ການຮ່ວມມືໃນຂົງເຂດວັດທະນະທຳ ແລະ ກິລາລະຫວ່າງ ຫວຽດນາມ ແລະ ສປປ.ເກົາຫຼີ ໄດ້ຮັກສາຢ່າງຕັ້ງໜ້າ ແລະ ນຳມາເຊິ່ງຂີດໝາຍຫຼາຍຢ່າງ. ມາຮອດປັດຈຸບັນ, ສອງປະເທດໄດ້ເຊັ່ນສົນທິສັນຍາການຮ່ວມມືໃນຫຼາຍຂົງເຂດຄື: ວັດທະນະທຳ, ວິທະຍາສາດເຕັກນິກ, ການຄ້າ ແລະ ການເດີນເຮືອ, ການແພດ, ການຂົນສົ່ງການບິນພົນລະເຮືອນ, ການຂົນສົ່ງທາງທະເລ, ໜູນຊ່ວຍກັນດ້ານຍຸຕິທຳ, ສົ່ງເສີມ ແລະ ອາລັກຂາການລົງທຶນ…ສອງຝ່າຍກໍ່ຮັກສາກົນໄກຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ວິທະຍາສາດເຕັກນິກ ຫວຽດນາມ - ສປປ.ເກົາຫຼີ.
ຄັ້ງຫຼ້າສຸດແມ່ນງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງພັກແຮງງານ ສປປ.ເກົາຫຼີ (10/10/1945 - 10/10/2025), ທ່ານເອກອັກຄະລັດຖະທູດ ສປປ.ເກົາຫຼີປະຈຳ ຫວຽດນາມ Nam Ri Sung Guk ໄດ້ຢັ້ງຢືນ:
ຍາມໃດກໍ່ເຄົາລົບ ແລະ ປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອປັບປຸງ ແລະ ພັດທະນາການພົວພັນມິດຕະພາບການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປ.ເກົາຫຼີ - ຫວຽດນາມ, ໂດຍປະທານ ໂຮ່ຈີມິນ ແລະ ທ່ານປະທານ Kim In Sul ໄດ້ສ້າງຕັ້ງຂຶ້ນໃຫ້ຫຼດີກວ່າອີກ, ແມ່ນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພວກເຮົາ. ການພົວພັນສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ເໝາະສົມກັບຄວາມຫວັງ ແລະ ຄວາມປາດຖະໜາຂອງປະຊາຊົນແຕ່ລະປະເທດ.
ກຳນົດທິດການຮ່ວມມືໃນໄລຍະໃໝ່
ໂດຍອີງຕາມພື້ນຖານຂອງການພົວພັນອັນໝັ້ນແກ່ນນັ້ນ, ໃນໄລຍະຜ່ານມາ, ສອງຝ່າຍໄດ້ຮັກສາບັນດາການເຄື່ອນໄຫວພົບປະແລກປ່ຽນເປັນປະຈຳ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງກ່ວາ, ບັນດາໝາກຜົນການຮ່ວມມືທີ່ແທດຈິງກ່ວາ. ເພາະສະນັ້ນ, ຖັດຈາກການຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການຂອງທ່ານ ເລຂາທິການໃຫຍ່, ປະທານຄະນະກຳມະການການເມືອງ ສປປ.ເກົາຫຼີ Kim Yong Un (ປີ 2019), ການຢ້ຽມຢາມສປປ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ສືບຕໍ່ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈມິດຕະພາບ ອັນດີງາມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ໃຫ້ຮູ້ວ່າ:
ນີ້ແມ່ນໂອກາດສຳຄັນທີ່ສຸດເພື່ອໃຫ້ການນຳສູງສຸດຂອງສອງພັກ ຈະແລກປ່ຽນ ແລະ ເປັນເອກະພາບບັນດາການກຳນົດທິດຍຸດທະສາດເພື່ອເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງສອງປະເທດ ໃນໄລຍະໃໝ່, ເໝາະສົມກັບບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງສາກົນ, ຕອບສະໜອງຄວາມຫວັງ ແລະ ຄວາມປາດຖະໜາຂອງປະຊາຊົນສອງປະເທດ, ພິເສດແມ່ນ ໃນຂົງເຂດສາທາລະນະສຸກ, ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືດ້ານກະສິກຳ. ໃນຖານະເປັນຄູ່ຮ່ວມມືທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ຈະສືບຕໍ່ສະແດງການສະໜັບສະໜູນບັນດາທ່າອ່ຽງ, ບັນດາຄວາມມານະພະຍາຍາມ ແລະ ສະໜັບສະໜູນການປະກອບສ່ວນໃຫ້ແກ່ສັນຕິພາບສະຖຽນລະພາບ, ການຮ່ວມມືພັດທະນາແບບຍືນຍົງຢູ່ແຫຼມເກົາຫຼີ ໃນພາກພື້ນ ແລະ ໂລກ.
ຈາກບັນດາໝາກຜົນທີ່ບັນລຸໄດ້, ການພົວພັນ ຫວຽດນາມ - ສປປ.ເກົາຫຼີ ຈະສືບຕໍ່ໄດ້ຮັກສາສືບທອດ ແລະ ເສີມຂະຫຍາຍ. ການຢ້ຽມຢາມຍິ່ງມີຄວາມໝາຍກ່ວາອີກ ເມື່ອດຳເນີນໃນຈຸດເວລາສຳຄັນທີ່ມີຕໍ່ແຕ່ລະພັກ, ແຕ່ລະປະເທດ, ຈະປະກອບສ່ວນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ - ສປປ.ເກົາຫຼີ ບັນລຸໄດ້ບັນດາໝາກຜົນໃໝ່.