• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງແຮງງານຮັບກາລະໂອກາດ ແລະ ສິ່ງທ້າທາຍຈາກສັນຍາ CPTPP

      ຫຼັງຈາກນັ້ນໜຶ່ງວັນ, ຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບຄຳໝັ້ນສັນຍາກ່ຽວກັບແຮງງານໃນສັນຍາ CPTPP ກັບບັນດາອົງການສື່ມວນຊົນ, ສື່ສານ.

ພາບປະກອບ
      ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ໂດຍສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຮັບຮອງເອົາເມື່ອວັນທີ 12 ພະຈິກ. ຫຼັງຈາກນັ້ນໜຶ່ງວັນ, ຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບຄຳໝັ້ນສັນຍາກ່ຽວກັບແຮງງານໃນສັນຍາ CPTPP ກັບບັນດາອົງການສື່ມວນຊົນ, ສື່ສານ.
        ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຍົກອອກຫຼາຍເນື້ອໃນເຮັດແຈ້ງບັນດາສິ່ງທ້າທາຍກໍ່ຄືກາລະໂອກາດຈາກ CPTPP ແລະ ບັນດາສັນຍາການຄ້າເສລີອື່ນໆ. ຕາມນັ້ນແລ້ວ, ພາກ ແຮງງານຂອງ CPTPP ໄດ້ຊີ້ແຈ້ງຄຳໝັ້ນສັນຍາລວມຂອງບັນດາສະມາຊິກໃນສັນຍາ ແລະ ຄຳໝັ້ນສັນຍາສະເພາະຂອງ ຫວຽດນາມ. ສຳລັບຄຳໝັ້ນສັນຍາສະເພາະຂອງ ຫວຽດນາມ ກ່ຽວກັບແຮງງານໃນ CPTPP, ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາພາລະໜ້າທີ່ຄົບຖ້ວນຄືຄຳໝັ້ນສັນຍາລວມນັບແຕ່ CPTPP ມີຜົນສັກສິດຕໍ່ ຫວຽດນາມ. ຫວຽດນາມ ຈະປັບປຸງກົດໝາຍວ່າດ້ວຍແຮງງານໃນປະຈຸບັນ ເພື່ອເໝາະສົມກັບວິວັດການ ຫວຽດນາມ ເຂົ້າຮ່ວມສັນຍາ CPTPP ໂດຍໄວ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ສະ​ເໜີ​ຕ້ອງ​ເບິ່ງ​ແຍງ​ອະ​ນຸ​ລັກ​ຮັກ​ສາ ແລະ ຖ່າຍ​ທອດ​ມໍ​ລະ​ດົກ, ກ່ອນ​ອື່ນ​ໝົ້ດ​ດ້ວຍ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ຄົນ​ພວມ​ເກັບ​ຮັກ​ສາ, ປະ​ຕິ​ບັດ​ມໍ​ລະ​ດົກ.

Top