• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງສາທາລະນະສຸກກະກຽມຮັບໃຊ້ສັບປະດາຂັ້ນສູງ APEC ຢູ່ດ່ານັ້ງເປັນຢ່າງດີ

      ໄລ່ຮອດຈຸດເວລານີ້, ບັນດາກິດຈະກຳກໍ່ສ້າງສຳຄັນເພື່ອຮັບໃຊ້ສັບປະດາຂັ້ນສູງ APEC 2017 ໄດ້ສຳເລັດໂດຍພື້ນຖານ, ວຽກງານສາທາລະນະສຸກໄດ້ກະກຽມຮັບໃຊ້ໃຫ້ເຫດການພິເສດດັ່ງກ່າວ. ຕາມການນຳກະຊວງສາທາລະນະສຸກແລ້ວ, ຂະແໜງໄດ້ຈັດສົ່ງພະນັກງານ 500 ຄົນລວມມີ: ທ່ານໝໍ, ນັກພະຍາບານ, ນັກເຕັກນິກ… ເຂົ້າຮ່ວມການຮັບໃຊ້ສັບປະດາຂັ້ນສູງນີ້.

(ພາບປະກອບ)
      ສ່ວນທາງນະຄອນດ່ານັ້ງ, ບໍ່ພຽງແຕ່ມີບັນດາໂຮງໝໍໃຫຍ່ເຂົ້າຮ່ວມການຮັບໃຊ້ວຽກງານສາທາລະນະສຸກໂດຍກົງເທົ່ານັ້ນ, ຫາກທັງ 7 ສູນສາທາສາລະນະສຸກຂັ້ນເມືອງ ແລະ ບັນດາໂຮງໝໍລົງເລິກຂະແໜງອື່ນໃນບໍລິເວນນະຄອນກໍ່ລ້ວນແຕ່ມີແຜນການເປັນເຈົ້າການຮັບໃຊ້ເມື່ອມີຄວາມຈຳເປັນ.
        ໃນຂະນະນັ້ນ, ຢູ່ສະໜາມບິນສາກົນ ແລະ ທ່າກ່ຳປັ່ນ, ສູນກວດກາໂລກລະບາດດ້ານສາທາລະນະສຸກ ໄດ້ເພີ່ມທະວີບັນດາໜ່ວຍງານສາທາລະນະສຸກປະຈຳການຕິດຕາມອາການສຸຂະພາບຂອງແຂກ. ຮັບປະກັນຫຼັກອະນາໄມສິ່ງແວດລ້ອມ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດ…
        ດ້ວຍການກະກຽມຢ່າງລອບຄອບທີ່ຖ້ວນ, ຂະແໜງສາທາລະນະສຸກຫວຽດນາມ ໄດ້ກຽມພ້ອມ ແລະ ມີຄວາມສາມາດຢ່າງພຽງພໍເພື່ອປະຕິບັດສຳເລັດໜ້າທີ່ປິນປົວສຸກເສີນສຸຂະພາບໃຫ້ບັນດາຜູ້ແທນເຂົ້າຮ່ວມສັບປະດາຂັ້ນສູງ AEPC 2017 ເຊິ່ງຈະດຳເນີນໃນເດືອນ ພະຈິກ ນີ້.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top