• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງທະນາຄານຄວນສືບຕໍ່ເປັນເຈົ້າການ, ມີນະໂຍບາຍຢ່າງທັນການ

ຂະແໜງທະນາຄານໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນເຂົ້າໃນການຄວບຄຸມໄພເງິນເຟີ້ຢູ່ໃນລະດັບຕ່ຳ, ຕະຫຼາດເງິນຕາ,...
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຂະແໜງທະນາຄານ (ພາບ:Dương Giang/TTXVN)  

ຕອນບ່າຍວັນທີ 27 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ຜູ້ອອກແຮງງານຢູ່ທະນາຄານແຫ່ງລັດ ຫວຽດນາມ ແລະ ຂະແໜງທະນາຄານ.

ປີ 2022, ຂະແໜງທະນາຄານໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນເຂົ້າໃນການຄວບຄຸມໄພເງິນເຟີ້ຢູ່ໃນລະດັບຕ່ຳ, ຕະຫຼາດເງິນຕາ, ອັດຕາແລກປ່ຽນເງິນຕາຕ່າງປະເທດເປັນປົກກະຕິໂດຍພື້ນຖານ; ກະຊວງການເງິນ ອາເມລິກາ ໄດ້ເອົາ ຫວຽດນາມ ອອກຈາກລາຍຊື່ຕິດຕາມກວດກາຍົກສູງກ່ຽວກັບການຄອບງຳເງິນຕາ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງທະນາຄານແຫ່ງລັດ ແລະ ຂະແໜງທະນາຄານໃນປີ 2022. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ: ປີ 2023, ທົ່ວຂະແໜງຈະເປັນເຈົ້າການ, ປະດິດຄິດສ້າງ, ມີນະໂຍບາຍຢ່າງທັນການ, ມີປະສິດທິຜົນ ແລະ ບັນລຸໄດ້ໝາກຜົນສູງກ່ວາປີ 2022.

ທະນາຄານແຫ່ງລັດຄວນສືບຕໍ່ຄົ້ນຄ້ວາ, ບໍລິຫານລະຫວ່າງອັດຕາແລກປ່ຽນເງິນຕາກັບ ອັດຕາດອກເບ້ຍ, ລະຫວ່າງການຄວບຄຸມໄພເງິນເຟີ້ ກັບການຊຸກຍູ້ການເຕີບໂຕເສດຖະກິດໃຫ້ດຸ່ນດຽງ, ທັງຮັບປະກັນການຊຳລະ, ການເຕີບໂຕສິນເຊືຶ່ອໃຫ້ເໝາະສົມ, ມີປະສິດທິຜົນ, ລະບົບທະນາຄານມີຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານການເງິນ, ເງິນຕາ, ທັງປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃນການຜະລິດ, ດຳເນີນທຸລະກິດ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top