• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງກະສິກຳສູ້ຊົນ ປີ 2021 ບັນລຸການເຕີບໂຕໃຫ້ໄດ້ລະດັບ 3%

      ຕອນບ່າຍວັນທີ 24 ທັນວາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມອອນລາຍ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ສະຫຼຸບໜ້າທີ່ ປີ 2020, ຜັນຂະຫຍາຍໜ້າທີ່ປີ 2021.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: VGP)
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ໃນສະພາບຫຍຸ້ງຍາກພິເສດຄືປີ 2020, ຂະແໜງກະສິກຳ, ຊາວກະສິກອນ, ຊົນນະບົດ ສືບຕໍ່ສະແດງໃຫ້ເຫັນເປັນຂົງເຂດສຳຄັນຂອງພື້ນຖານເສດຖະກິດ. ໃນທ່ວງທ່ານັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຕັ້ງເປົ້າໝາຍໃຫ້ຂະແໜງກະສິກຳ ກ່ຽວກັບການສົ່ງອອກໃຫ້ບັນລຸໄດ້ 44 ຕື້ USD ໃນປີ 2021. ດ້ວຍໝາກຜົນດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ຂະແໜງກະສິກຳ ຫວຽດນາມ ມີການພັດທະນາເປັນໜ້າເອກອ້າງທະນົງໃຈ ໂດຍສະເພາະ ໃນສະພາບການໂລກ ມີຜູ້ອຶດຫິວຍ້ອນໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ເກືອບ 1 ຕື້ ຄົນ. ທ່ານກ່າວວ່າ:
        “ນີ້ແມ່ນປີທີ່ປະສົບຜົນສຳເລັດດ້ວຍຈຸດພົ້ນເດັ່ນຢ່າງຮອບດ້ານ. ໃນຄວາມຫຍຸ້ງຍາກນັ້ນ, ອີກຄັ້ງໜຶ່ງ, ຂະແໜງກະສິກຳ ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດສຳຄັນໃນການຄ້ຳປະກັນສະບຽງອາຫານແຫ່ງຊາດ, ສືບຕໍ່ກູ້ເອົາພື້ນຖານເສດຖະກິດ. ໃນປີ 2020, ຂະແໜງກະສິກຳ ຫວຽດນາມ ໄດ້ຮັບມືກັບໂລກລະບາດ, ໄພທຳມະຊາດ ໄດ້ເປັນຢ່າງດີ, ການຜະລິດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຍັງສືບຕໍ່ພັດທະນາ ແລະ ຮັບປະກັນແຫຼ່ງສະໜອງອຸປະໂພກບໍລິໂພກໃຫ້ປະຊາຊົນເກືອບ 100 ລ້ານຄົນ ແລະ ພິເສດແມ່ນຮັບໃຊ້ໃຫ້ແກ່ການສົ່ງອອກ”.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top