• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ​ອງ​ປະ​ຊຸມ​ການ​ທູດຄັ້ງ​ທີ 33: ການ​ທູດ​ສ້າງ​ສັນ​ສັງ​ກາດ​ພັດ​ທະ​ນາ​ໃໝ່

ໂດຍ​ສະ​ເໜີ​ບົດ​ກ່າວ​ປາ​ໄສ, ທ່ານ ຫງວຽນ​ຊິງ​ເຍິດ​ເຕິນ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ, ວຽກ​ງານ​ການ​ທູດ​ເສດ​ຖະ​ກິດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ໃນ​ໄລ​ຍະ​ຜ່າ​ນ​ມາ ​ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ.
  ກ​ອງ​ປະ​ຊຸມ​ການ​ທູດຄັ້ງ​ທີ 33 (ພາບ: VNA)  

ກອງ​ປ​ະ​ຊຸມ​ການ​ທູດ​ຄັ້ງ​ທີ 33 ໄຂ​ຂຶ້ນ​ໃນ​ວັນ​ທີ 1 ສິງ​ຫາ​ຢູ່​ ຮ່າ​ໂນ້ຍ, ຕາມ​ຮູບ​ແບບ​ເຊິ່ງ​ໜ້າ​ສົມ​ທົບ​ກັບ​ທາງ​ໄກ​ທີ່ໄດ້​ເຊື່ອມ​ຕໍ່​ກັບ​ບັນ​ດາ​ທ້ອງ​ຖິ່ນ ແລະ ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ. ຢູ່ກອງ​ປະ​ຊຸມ, ​ບົດ​ກ່າວ​ປາ​ໄສ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ ໄດ້​ລົງ​ເລິກ​ການ​ວິ​ເຄາະ​ຂໍ້​ມູນ​ຕົວ​ຈິງ ແລະ ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​ໃຫ້​ແກ່​ແຕ່​ລະ​ຂົງ​ເຂດ, ຜ່ານ​ນັ້ນ​ ປະ​ກອບ​ສ່ວນ​ລວມ​ເຂົ້າ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ທາງ​ການ​ທູດ ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່.

ໂດຍ​ສະ​ເໜີ​ບົດ​ກ່າວ​ປາ​ໄສ, ທ່ານ ຫງວຽນ​ຊິງ​ເຍິດ​ເຕິນ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ, ວຽກ​ງານ​ການ​ທູດ​ເສດ​ຖະ​ກິດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ໃນ​ໄລ​ຍະ​ຜ່າ​ນ​ມາ ​ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ. ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ 17 ສະ​ບັບ (FTA) ແລະ ຫາ​ກໍ່​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ກັບ​ສະ​ມາ​ຄົມ​ການ​ຄ້​າ​ເສ​ລີ​ເອີ​ລົບ (EFTA). ວົງ​ເງິນ​ການ​ນຳ​ເຂົ້າ​ສົ່ງ​ອອກ​ໄລ​ຍະ 2016 – 2025 ເພີ່ມ​ຂຶ້ນ 2,7 ເທົ່າ, ຈາກ 176 ຕື້ USD ຂຶ້ນ 475 ຕື້ USD; ປີ 2025 ວົງ​ເງິນ​ການ​ສົ່ງ​ອອກ​ບັນ​ລຸ 930 ຕື້ USD, ນຳ​ຫວຽດ​ນາມ ເຂົ້າ​ກຸ່ມ 15 ພື້ນ​ຖານ​ເສດ​ຖະ​ກິດ​ມີ​ຂອບ​ຂະ​ໜາດ​ການ​ຄ້າ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ໂລກ.

ໂດ​ຍ​ສະ​ເໜີ​ບົດ​ກ່າວ​ປາ​ໄສ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ຂົງ​ເຂດ​ການ​ເງິນ ແລະ ການ​ດຶງ​ດູດ​ການ​ລົງ​ທຶນ​ຕ່າງ​ປະ​ເທດ, ທ່ານ ໂງວັນ​ຕວັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ໃຫ້​ຮູ້​ວ່າ, ພື້ນ​ຖານ​ການ​ເງິນ​ແຫ່ງ​ຊາດ​ສືບ​ຕໍ່​ໄດ້​ປັບ​ປຸງ, ອັດ​ຕາ​ໜີ້​ສາ​ທາ​ລະ​ນະທ້າຍ​ປີ 2026 ຄາດ​ວ່າ​ຢູ່​ລະ​ດັບ 35 – 36% GDP, ຕ່ຳ​ກວ່າຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ລະ​ດັບ​ອະ​ນຸ​ຍາດ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ: ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ແຕ່​ລະ​ການ​ຕັດ​ສິນ​ສ້າງ​ກົດ​ໝາຍ

ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ: ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ແຕ່​ລະ​ການ​ຕັດ​ສິນ​ສ້າງ​ກົດ​ໝາຍ

ສະ​ພາ​ແຫ່ງ​ຊາດ ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ແຕ່​ລະ​ການ​ຕັດ​ສິນ​ສ້າງ​ກົດ​ໝາຍ, ເພື່ອ​ກົດ​ໝາຍ​, ມະ​ຕິ​ແຕ່​ລະ​ສະ​ບັບ​ພາຍຫຼັງ​ໄດ້​ຮັບ​ການ​ປະ​ກາດ​ຈະ​ແກ້​ໄຈ​ຈຸດ​ອຸດ​ຕັນ, ລຸ​ລ່ວງ​ແຫຼ່ງ​ກຳ​ລັງ ແລະ ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ການ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ.

Top