• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາ

ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບ: ແຜນນະໂຍບາຍກ່ຽວກັບການລົງທຶນ; ໂຄງການເສັ້ນທາງຫຼວງອ້ອມຮອບຕົວເມືອງເລກ 4 ຂອງນະຄອນຫຼວງ ຮ່າໂນ້ຍ
  ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ xv  

 

ໂດຍສືບຕໍ່ລາຍການດຳເນີນງານຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ xv, ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບ: ແຜນນະໂຍບາຍກ່ຽວກັບການລົງທຶນ; ໂຄງການເສັ້ນທາງຫຼວງອ້ອມຮອບຕົວເມືອງເລກ 4 ຂອງນະຄອນຫຼວງ ຮ່າໂນ້ຍ; ໂຄງການເສັ້ນທາງຫຼວງອ້ອມຮອບຕົວເມືອງເລກ 3 ຂອງນະຄອນໂຮ່ຈິມິນ. ແຜນນະໂຍບາຍລົງທຶນບັນດາໂຄງການກໍ່ສ້າງກິດຈະກຳເສັ້ນທາງຄວາມໄວສູງ ເຈົາດົກ - ເກີ່ນເທີ - ຊອກຈັງ (ໄລຍະທີ 1); ແຄ໋ງຮ່ວາ - ບວນມາທວດ (ໄລຍະທີ 1); ບຽນຮ່ວາ  - ຫວູງເຕົ່າ (ໄລຍະທີ 1).

ຕອນບ່າຍວັນທີ 6 ມິຖຸນາ, ສະແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍແຜນການຕິດຕາມກວດກາຂອງສະພາແຫ່ງຊາດປີ 2023. ລັດຖະມົນຕີກະຊວງຄົມມະນາຄົມ - ຂົນສົ່ງໄດ້ອະພິປາຍ, ຊີ້ແຈ້ງບາງບັນຫາທີ່ສະມາຊິກສະພາແຫ່ງຊາດ ຍົກອອກມາ…

ໃນຕອນບ່າຍວັນທີ 06 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການປະຕິບັດ ແລະ ແຜນການຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງ ໂຮ່ຈີມິນ ໄລຍະຕໍ່ໄປ.

ຄຳເຫັນສ່ວນຫຼາຍໄດ້ຕີລາຄາວ່າ ໂຄງການກໍ່ສ້າງເສັ້ນທາງ ໂຮ່ຈີມິນ ທີ່ຜັນຂະຫຍາຍນັ້ນ ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ. ເສັ້ນທາງໄດ້ເປິດການພັດທະນາເສດຖະກິດ - ສັງຄົມຢູ່ຫຼາຍເຂດປະສົບກັບຄວາມຫຍຸ້ງຍາກຢູ່ທາງທິດຕາເວັນຕົກຂອງ ຫວຽດນາມ. ມາຮອດປະຈຸບັນ, ຍັງມີຂັ້ນຕອນນ້ອຍທີ່ບໍ່ທັນກໍ່ສ້າງສຳເລັດ ແຕ່ພັດນອນຢູ່ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ຍ້ອນເຫດນັ້ນ, ບັນດາສະມາຊິກສະພາແຫ່ງຊາດສະເໜີໃຫ້ລັດຖະບານ ຊັ່ງຊາຫັນບັນດາແຫຼ່ງທຶນໃຫ້ແກ່ການພັດທະນາພື້ນຖານໂຄງລ່າງ ເພື່ອກໍ່ສ້າງສຳເລັດບັນດາເສັ້ນທາງທີ່ຍັງເຫຼືອຂອງໂຄງການກໍ່ສ້າງເສັ້ນທາງ ໂຮ່ຈີມິນ ແນໃສ່ຮັບປະກັນຖືກກັບເປົ້າໝາຍກະຕຸ້ນພື້ນຖານເສດຖະກິດ.

ຕອນບ່າຍວັນດຽກັນ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2030.

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ.

Top