
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສໃນກອງປະຊຸມ. (ພາບ: ຖົ໋ງເຍີດ/VNA)
ກ່າວຄຳເຫັນໃນການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຕໍ່ການສະໜັບສະໜູນເງິນຫຼາຍສິບຕື້ດົ່ງ ແລະ ເຄື່ອງຂອງຕ່າງໆ ຂອງບັນດາກະຊວງ, ຂະແໜງການ, ພິເສດແມ່ນບັນດາອົງການຈັດຕັ້ງສັງຄົມ, ວິສາຫະກິດ ເພື່ອປະສານສົມທົບກັບລັດຖະບານ, ບັນດາທ້ອງຖິ່ນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid -19.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານຍາມໃດກໍ່ກຽມພ້ອມສິນຄ້າທຸກປະເພດ ເພື່ອຮັບໃຊ້ໃຫ້ແກ່ປະຊາຊົນໃນທຸກໆ ກໍລະນີ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຮຽກຮ້ອງໃຫ້ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ ຊີ້ນຳການກະກຽມອຸປະກອນການແພດທີ່ຈຳເປັນເພື່ອຮັບໃຊ້ການປ້ອງກັນ, ສະກັດກັ້ນໂລກລະບາດ, ພິເສດແມ່ນ ຊຸດ Kit ທົດລອງ ແລະ ແຈກຢາຍໃຫ້ທ້ອງຖິ່ນ ເພື່ອກວດພົບຜູ້ທີ່ຕິດໂລກລະບາດ Covid - 19 ໂດຍໄວ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ເຖິງວ່າ ປະເທດຊາດຍັງຫຍຸ້ງຍາກ ແຕ່ພວກເຮົາຈະບໍ່ເກັບຄ່າປິ່ນປົວພະຍາດໃຫ້ແກ່ຊາວ ຫວຽດນາມ ໝົດທຸກຄົນຕິດເຊື້ອໄວຣັດ SARS-CoV-2. ສຳລັບຄົນຕ່າງປະເທດທີ່ມາ ຫວຽດນາມ, ຖ້າຕິດເຊື້ອໄວຣັດ SARS-CoV-2 ຕ້ອງເສຍຄ່າປິ່ນປົວພະຍາດ, ແຕ່ການແຍກອອກຕ່າງຫາກ ແລະ ວິເຄາະ ແມ່ນບໍ່ຕ້ອງເສຍຄ່າ.

ແຂວງ ກວາງນິງ ປະຕິບັດການກວດກາອຸນນະຫະພູມຂອງຮ່າງກາຍນັກທ່ອງທ່ຽວຢູ່ດ່ານຊາຍແດນ. (ພາບ: ວັນດຶກ/VNA)
ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ບັນດາອົງການສື່ມວນຊົນ, ການສື່ສານໄດ້ໃຫ້ຂ່າວຢ່າງມີຄວາມຮັບຜິດຊອບ, ຊັດເຈນ ແລະ ທັນການໃນນັ້ນມີບັນດາຊ່ອງສື່ສານຂອງວິທະຍຸກະຈາຍສຽງຫວຽດນາມ, ສະຖານີໂທລະພາບ ຫວຽດນາມ, ສຳນັກຂ່າວສານ ຫວຽດນາມ ແລະ ອົງການສື່ມວນຊົນຕ່າງໆ.
ປະຕິບັດ: VNA/VNP