ຂ່າວສານ

ກຽມພ້ອມເສຍສະຫຼະຜົນປະໂຫຍດດ້ານເສດຖະກິດເພື່ອສຸຂະພາບຂອງປະຊາຊົນ

ວັນທີ 13 ມີນາ 2020, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານໃນກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບມາດ​ຕະ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ  COVID-19.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສໃນກອງປະຊຸມ. (ພາບ: ຖົ໋ງເຍີດ/VNA)

ກ່າວຄຳເຫັນໃນການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຕໍ່ການສະໜັບສະໜູນເງິນຫຼາຍສິບຕື້ດົ່ງ ແລະ ເຄື່ອງຂອງຕ່າງໆ ຂອງບັນດາກະຊວງ, ຂະແໜງການ, ພິເສດແມ່ນບັນດາອົງການຈັດຕັ້ງສັງຄົມ, ວິສາຫະກິດ ເພື່ອປະສານສົມທົບກັບລັດຖະບານ, ບັນດາທ້ອງຖິ່ນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid -19. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ຢືນຢັນວ່າ ລັດຖະບານຍາມໃດກໍ່ກຽມພ້ອມສິນຄ້າທຸກປະເພດ ເພື່ອຮັບໃຊ້ໃຫ້ແກ່ປະຊາຊົນໃນທຸກໆ ກໍລະນີ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ກໍ່ຮຽກຮ້ອງໃຫ້ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ ຊີ້ນຳການກະກຽມອຸປະກອນການແພດທີ່ຈຳເປັນເພື່ອຮັບໃຊ້ການປ້ອງກັນ, ສະກັດກັ້ນໂລກລະບາດ, ພິເສດແມ່ນ ຊຸດ Kit ທົດລອງ ແລະ ແຈກຢາຍໃຫ້ທ້ອງຖິ່ນ ເພື່ອກວດພົບຜູ້ທີ່ຕິດໂລກລະບາດ Covid - 19 ໂດຍໄວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ເນັ້ນໜັກວ່າ ເຖິງວ່າ ປະເທດຊາດຍັງຫຍຸ້ງຍາກ ແຕ່ພວກເຮົາຈະບໍ່ເກັບຄ່າປິ່ນປົວພະຍາດໃຫ້ແກ່ຊາວ ຫວຽດນາມ ໝົດທຸກຄົນຕິດເຊື້ອໄວຣັດ SARS-CoV-2. ສຳລັບຄົນຕ່າງປະເທດທີ່ມາ ຫວຽດນາມ, ຖ້າຕິດເຊື້ອໄວຣັດ SARS-CoV-2 ຕ້ອງເສຍຄ່າປິ່ນປົວພະຍາດ, ແຕ່ການແຍກອອກຕ່າງຫາກ ແລະ ວິເຄາະ ແມ່ນບໍ່ຕ້ອງເສຍຄ່າ. 



ແຂວງ ກວາງນິງ ປະຕິບັດການກວດກາອຸນນະຫະພູມຂອງຮ່າງກາຍນັກທ່ອງທ່ຽວຢູ່ດ່ານຊາຍແດນ. (ພາບ: ວັນດຶກ/VNA)

 
ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ບັນດາອົງການສື່ມວນຊົນ, ການສື່ສານໄດ້ໃຫ້ຂ່າວຢ່າງມີຄວາມຮັບຜິດຊອບ, ຊັດເຈນ ແລະ ທັນການໃນນັ້ນມີບັນດາຊ່ອງສື່ສານຂອງວິທະຍຸກະຈາຍສຽງຫວຽດນາມ, ສະຖານີໂທລະພາບ ຫວຽດນາມ, ສຳນັກຂ່າວສານ ຫວຽດນາມ ແລະ ອົງການສື່ມວນຊົນຕ່າງໆ.
 
ປະຕິບັດ: VNA/VNP

top