• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຽມພ້ອມຜັນຂະຫຍາຍບັນດາໜ້າທີ່ປົກປັກຮັກສາສັນຕິພາບ ສປຊ ໃຫ້ມີປະສິດທິຜົນ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ແທດຈິງ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບ, ສາມັກຄີ, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດອັນດີງາມລະຫວ່າງ ຫວຽດນາມ ແລະ ອິນເດຍ ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ
ກອງປະຊຸມຈັດຂຶ້ນໃນວັນທີ 19 ທັນວາ (ພາບ:Việt Trung/qdnd.vn)

ວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການຊ້ອມຮົບສອງຝ່າຍບະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການປົກປັກຮັກສາສັນຕິພາບ ສປຊ ປີ 2023 (VINBAX 2023) ໄດ້ຈັດກອງປະຊຸມ, ປະກອບຄຳເຫັນໃສ່ບັນດາເນື້ອໃນເພື່ອສ້າງບົດລາຍງານກ່ຽວກັບຜົນການຊ້ອມຮົບ ແລະ ຖອດຖອນບົດຮຽນວຽກງານການຈັດຕັ້ງ, ບໍລິຫານການຊ້ອມຮົບ, ເພື່ອເປັນພື້ນຖານແກ່ການຈັດຕັ້ງບັນດາວຽກງານຊ້ອມຮົບ VINBAX ໃນໄລຍະຈະມາເຖິງໃຫ້ດີກ່ວາອີກ.

ໂດຍສືບຕໍ່ຜົນສຳເລັດຂອງເວທີປາໄສສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການປົກປັກຮັກສາສັນຕິພາບ ສປຊ ປີ 2022 (VINBAX 2022) ຢູ່ ອິນເດຍ, VINBAX 2023 ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງແມ່ນການເຄື່ອນໄຫວຊ້ອມຮົບສອງຝ່າຍ ກ່ຽວກັບການຮັກສາສັນຕິພາບ ສປຊ ຄັ້ງທີ 4 ລະຫວ່າງ ຫວຽດນາມ ກັບ ອິນເດຍ ແມ່ນການຊ້ອມຮົບໃນພື້ນທີ່ຕົວຈິງ ກ່ຽວກັບການປົກປັກຮັກສາສັນຕິພາບ ຄັ້ງທີ 2 ລະຫວ່າງກອງທັບສອງປະເທດ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ແທດຈິງ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບ, ສາມັກຄີ, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດອັນດີງາມລະຫວ່າງ ຫວຽດນາມ ແລະ ອິນເດຍ ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top