ຂ່າວສານ
ກົມການເມືອງອອກຂໍ້ສະຫລຸບກ່ຽວກັບການແກ້ໄຂຜົນຕາມມາຈາກຝົນຕົກ, ນ້ຳຖ້ວມຢູ່ເຂດພາກກາງ ຫວຽດນາມ
ວັນທີ 21 ພະຈິກ, ທ່ານ ເຈິນເກີມຕູ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການ ໄດ້ເຊັນແຈ້ງການຂໍ້ສະຫລຸບຂອງກົມການເມືອງ ກ່ຽວກັບການແກ້ໄຂຜົນຕາມມາຈາກຝົນຕົກ, ນ້ຳຖ້ວມຢູ່ເຂດພາກກາງ ຫວຽດນາມ.
ກົມການເມືອງ, ຄະນະເລຂາທິການໄດ້ແບ່ງເບົາກ່ຽວກັບບັນດາຜົນເສຍຫາຍຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ບັນດາທ້ອງຖິ່ນ ທີ່ຖືກຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມ, ພິເສດແມ່ນບັນດາຄອບຄົວມີຍາດຕິພີ່ນ້ອງເສຍຊີວິດຫຼືຫາຍສາຍສູນ. ພ້ອມກັນນັ້ນ, ກົມການເມືອງ, ຄະນະເລຂາທິການໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງທຸກກຳລັງໃນການປ້ອງກັນ, ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງໂກຍໄພທຳມະຊາດກໍ່ຂຶ້ນ.
ຕາມຕົວເລກສະຖິຕິໃນເບື້ອງຕົ້ນ, ນ້ຳຖ້ວມ ແລະ ເຂດດິນເຊາະເຈື່ອນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 50 ຄົນ, 21 ຄົນຖືກບາດເຈັບ; ເຮືອນ 167 ຫຼັງຖຶກເປ່ເພ; ເຮືອນກ່ວາ 52.000 ຫຼັງຖືກຖ້ວມ ແລະ ຫຼາບຊັບສິນ, ຜຶດພັກ, ກິດຈະກຳຄົມມະນາຄົມຖືກເປ່ເພ.








