• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ກູ້​ເອົາ​ຊີ​ວິດ​ຄົ​ນໃນ​ສະ​ພາບຝົນ​ຕົກ​ນ້ຳ​ຖ້ວມ

ໃນຕອນເຊົ້າຂອງວັນທີ 21 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຜູ້ປະຈຳການ ຫງວຽນຮວ່າບິ່ງ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການໜູນຊ່ວຍໂດຍດ່ວນດ້ວຍຈຳນວນເງິນ 700 ຕື້ດົ່ງ (ກວ່າ 26,5 ລ້ານ USD) ໃຫ້ແກ່ 04 ທ້ອງຖິ່ນດັ່ງກ່າວເພື່ອຜັນຂະຫຍາຍປະຕິບັດບັນດາໜ້າທີ່ຮີບດ່ວນແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.
ສຸມທຸກແຫຼ່ງກຳລັງເພື່ອຍົກຍ້າຍປະຊາຊົນໄປຍັງບ່ອນປອດໄພ (ພາບ: VOV)

ໄລ່ຮອດ 6 ໂມງ 30 ນາທີຂອງຕອນເຊົ້າວັນທີ 21 ພະຈິກ, ຢູ່ບັນດາແຂວງ ຢາລາຍ, ດັກລັກ, ແຄັງຮວ່າ ແລະ ເລິມດົ່ງ ມີຜູ້ເສຍຊີວິດ ແລະ ຫາຍສາບສູນຍ້ອນນ້ຳຖ້ວມ 52 ຄົນ; ມີເຮືອນຫຼາຍກວ່າ 68.000 ຫຼັງຖືກນໍ້າຖ້ວມສູງ; ຫຼາຍເຂດຊຸມຊົນຖືກນໍ້າຖ້ວມໄຫຼຊຸບໍ່ສາມາດໄປມາຫາສູ່ກັນໄດ້; ຂົງເຂດກະສິກຳ, ພື້ນຖານໂຄງລ່າງກໍຖືກຜົນເສຍຫາຍຢ່າງຮ້າຍແຮງ. ໃນຕອນເຊົ້າຂອງວັນທີ 21 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຜູ້ປະຈຳການ ຫງວຽນຮວ່າບິ່ງ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການໜູນຊ່ວຍໂດຍດ່ວນດ້ວຍຈຳນວນເງິນ 700 ຕື້ດົ່ງ (ກວ່າ 26,5 ລ້ານ USD) ໃຫ້ແກ່ 04 ທ້ອງຖິ່ນດັ່ງກ່າວເພື່ອຜັນຂະຫຍາຍປະຕິບັດບັນດາໜ້າທີ່ຮີບດ່ວນແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

        ກະຊວງປ້ອງກັນປະເທດ ກໍກະກຽມເຮືອບິນເຮລີກອັບແຕເພື່ອຮັບໃຊ້ການກູ້ໄພກູ້ຊີບ. ທ່ານພົນຈັດຕະວາ ເຈິນແທັງຫາຍ, ຮອງຜູ້ບັນຊາການເຂດ 5, ໃຫ້ຮູ້ວ່າ:

        “ປັດຈຸບັນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດສົ່ງເຮືອບິນຂອງກອງພົນ 370 ແລະ ກອງພົນ 372 ເພື່ອຂົນເຄື່ອງຂອງຢູ່ ນິງທ້ວນ, ກາມແຣັງ ແລະ ຕຸຍຮວ່າ ສົ່ງໄປຍັງບັນດາເຂດຖືກນ້ຳຖ້ວມໜັກ, ບ່ອນທີ່ພວກເຮົາຍັງບໍ່ທັນຍົກຍ້າຍປະຊາຊົນອອກໄປບ່ອນທີ່ປອດໄພໄດ້, ແຕ່ຕ້ອງຊ່ວຍໃຫ້ເຂົາເຈົ້າຜ່ານຜ່າຄວາມຫິວກ່ອນ”.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເດີນ​ທາງ​ຮອດ ອາ​ຟະ​ລິ​ກາ​ໃຕ້ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເດີນ​ທາງ​ຮອດ ອາ​ຟະ​ລິ​ກາ​ໃຕ້ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20

ຕອນເຊົ້າວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຮອດ ສ.ອາຟະລິກາໃຕ້. ຕ້ອນຮັບຄະນະຢູ່ສະໜາມບິນ, ທາງຝ່າຍ ອາຟະລິກາໃຕ້ ມີທ່ານລັດຖະມົນຕີຕາງໜ້າລັດຖະບານ, ການນຳກົມພິທີການກະຊວງການຕ່າງປະເທດ ອາຟະລິກາໃຕ້ ແລະ ຜູ້ປະສານງານຕິດຕາມ.

Top