ຕອນບ່າຍວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ຈາກ ອານເຊຣີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ໄດ້ເປັນປະທານກອງປະຊຸມດ່ວນແບບທາງໄກກັບການນຳຂອງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນກ່ຽວກັບສະພາບການ ແລະ ບັນດາມາດຕະການຮີບດ່ວນເພື່ອຮັບມືກັບສະພາບຝົນຕົກນ້ຳຖ້ວມ, ໄພທຳມະຊາດໃນບໍລິເວນແຂວງເຂດພາກກາງ ຫວຽດນາມ ຈຳນວນໜຶ່ງ ລວມມີ: ຢາລາຍ, ດັກລັກ, ເລິມດົ່ງ, ແຄັງຮວ່າ.
ຈາກອານເຊີຣີ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມດ່ວນທາງໄກຊີ້ນຳ ວຽກງານຮັບມືກັບພາຍຸນ້ຳຖ້ວມ, ໄພທຳມະຊາດ, ກູ້ໄພກູ້ຊີບ ຈາກ ອານເຊຣີ (ພາບ: VGP)
ຕອນບ່າຍວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ຈາກ ອານເຊຣີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ ກ່ຽວກັບວຽກງານປ້ອງກັນ, ຕ້ານໄພທຳມະຊາດ ແລະ ຊອກຫາຜູ້ປະສົບໄພປີ 2025, ໄດ້ເປັນປະທານກອງປະຊຸມດ່ວນແບບທາງໄກກັບການນຳຂອງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນກ່ຽວກັບສະພາບການ ແລະ ບັນດາມາດຕະການຮີບດ່ວນເພື່ອຮັບມືກັບສະພາບຝົນຕົກນ້ຳຖ້ວມ, ໄພທຳມະຊາດໃນບໍລິເວນແຂວງເຂດພາກກາງ ຫວຽດນາມ ຈຳນວນໜຶ່ງ ລວມມີ: ຢາລາຍ, ດັກລັກ, ເລິມດົ່ງ, ແຄັງຮວ່າ.
ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຝາກຄຳແບ່ງເບົາກັບອຳນາດການປົກຄອງ, ປະຊາຊົນບັນດາທ້ອງຖິ່ນທີ່ພວມຖືກຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
“ຊ່ວຍເຫຼືອທັນຍາຫານ, ສະບຽງອາຫານໃຫ້ແກ່ປະຊາຊົນໃນທັນທີ. ສະເໜີໃຫ້ສືບຕໍ່ຜະລິດເຂົ້າໜົມຮຳ, ຊອກທຸກວິທີທາງເພື່ອສົ່ງອາຫານໄປເຖິງ 4 ແຂວງທີ່ພວມຖືກຜົນກະທົບຈາກໄພພິບັດ. ນຳໃຊ້ເຮືອບິນເຮລີກອັບແຕ, ເຄື່ອງບິນບໍ່ມີຄົນຂັບ UAV ເພື່ອຊ່ວຍເຫຼືອກູ້ໄພຫິວ,ຂົນສົ່ງສະບຽງອາຫານໃຫ້ໄປເຖິງບ່ອນທີ່ເສັ້ນທາງຖືກຕັດຂາດ. ແກ້ໄຂບັນຫາບ່ອນຢູ່ອາໄສໃຫ້ແກ່ປະຊາຊົນ. ເຮືອນຫຼັງໃດຖືກພັງທະລາຍແລ້ວ, ຕ້ອງຈັດບ່ອນຢູ່ຊົ່ວຄາວໃຫ້ເຂົາເຈົ້າໃນທັນທີ”.
(ແຫຼ່ງຄັດຈາກ VOV)