ຂ່າວສານ

ກົມ​ການ​ເມືອງ​ອອກ​ຂໍ້​ສະ​ຫລຸບ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ຝົນ​ຕົກ, ນ້ຳ​ຖ້ວມ​ຢູ່​ເຂດ​ພາກ​ກາງ ຫວ​ຽດ​ນາມ

ຕາມຕົວເລກສະຖິຕິໃນເບື້ອງຕົ້ນ, ນ້ຳຖ້ວມ ແລະ ເຂດດິນເຊາະເຈື່ອນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 50 ຄົນ, 21 ຄົນຖືກບາດເຈັບ;
(ພາບປະກອບ: VOV)

ວັນທີ 21 ພະຈິກ, ທ່ານ ເຈິນເກີມຕູ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການ ໄດ້ເຊັນແຈ້ງການຂໍ້ສະຫລຸບຂອງກົມການເມືອງ ກ່ຽວກັບການແກ້ໄຂຜົນຕາມມາຈາກຝົນຕົກ, ນ້ຳຖ້ວມຢູ່ເຂດພາກກາງ ຫວຽດນາມ.

  ກົມການເມືອງ, ຄະນະເລຂາທິການໄດ້ແບ່ງເບົາກ່ຽວກັບບັນດາຜົນເສຍຫາຍຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ບັນດາທ້ອງຖິ່ນ ທີ່ຖືກຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມ, ພິເສດແມ່ນບັນດາຄອບຄົວມີຍາດຕິພີ່ນ້ອງເສຍຊີວິດຫຼືຫາຍສາຍສູນ. ພ້ອມກັນນັ້ນ, ກົມການເມືອງ, ຄະນະເລຂາທິການໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງທຸກກຳລັງໃນການປ້ອງກັນ, ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງໂກຍໄພທຳມະຊາດກໍ່ຂຶ້ນ.

  ຕາມຕົວເລກສະຖິຕິໃນເບື້ອງຕົ້ນ, ນ້ຳຖ້ວມ ແລະ ເຂດດິນເຊາະເຈື່ອນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 50 ຄົນ, 21 ຄົນຖືກບາດເຈັບ; ເຮືອນ 167 ຫຼັງຖຶກເປ່ເພ; ເຮືອນກ່ວາ 52.000 ຫຼັງຖືກຖ້ວມ ແລະ ຫຼາບຊັບສິນ, ຜຶດພັກ, ກິດຈະກຳຄົມມະນາຄົມຖືກເປ່ເພ.


top