• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົດ​ບັດ​ ສ​ປ​ຊ ຕ້ອງໄດ້​ຍົກ​ສູງ​ຄືດັງ​ບັນ​ດາ​ບັນ​ທັດ​ຖານ​ໃນ​ການ​ພົວ​ພັນ​ສາ​ກົນ

ໃນຂອບເຂດວາລະກອງປະຊຸມປຶກສາຫາລືລວມສຸດຍອດ ຊຸດທີ 75 ຂອງສະມັດຊາໃຫຍ່ ສປຊ ທີ່ດຳເນີນໃນລະຫວ່າງວັນທີ 22 – 29 ກັນຍາ 2020, ຢູ່ນິວຢອກ (ປະເທດ ອາເມລິກາ), ວັນທີ 25 ກັນຍາ 2020 (ຕາມເວລາ ຫວຽດນາມ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ມີສານສຳຄັນສົ່ງໄປຍັງ ກອງປະຊຸມດັ່ງກ່າວ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ມີສານສຳຄັນສົ່ງໄປຍັງ ກອງປະຊຸມປຶກສາຫາລືລວມສຸດຍອດ ຊຸດທີ 75 ຂອງສະມັດຊາໃຫຍ່ ສປຊ(ພາບ: TTXVN) 

ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ສະແດງຄວາມຊົມເຊີຍຕໍ່ຫົວຂໍ້ຂອງກອງປະຊຸມຄັ້ງນີ້ ທີ່ວ່າ “ອະນາຄົດທີ່ພວກເຮົາຢາກໃຫ້ເປັນ ສປຊ ພວກເຮົາຕ້ອງການ: ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາລວມສຳລັບລັດທິຫຼາຍຝ່າຍ - ຮັບມືກັນໂລກລະບາດ Covid – 19 ຜ່ານການກະທຳຫຼາຍຝ່າຍຢ່າງມີປະສິດທິຜົນ”. ກົດບັດ ສປຊ ແລະ ບັນດາຫຼັກການພື້ນຖານຂອງ ກົດໝາຍສາກົນຕ້ອງໄດ້ຮັບການຍົກສູງ ແລະ ຊຸກຍູ້ຄືດັງບັນດາບັນທັດຖານໃນການກະທຳຂອງບັນດາປະເທດ ໃຫຍ່ ແລະ ນ້ອຍໃນຍຸກການພົວພັນສາກົນ.

        ໃນບົດບາດເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມ ຈະ ສືບຕໍ່ມານະພະຍາຍາມຊຸກຍູ້ການໂອ້ລົມສົນທະນາ, ຫຼຸດຜ່ອນຄວາມເຄັ່ງຕຶງ, ການສູ້ຢັນກັນ, ຊອກຫາວິທີການແກ້ໄຂຢ່າງສະເໝີພາບ, ເໝາະສົມເພື່ອແກ້ໄຂບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ, ຊຸກຍູ້ລັດທິຫຼາຍຝ່າຍເຄົາລົບກົດໝາຍສາກົນ.

        ໃນຖານະເປັນປະທານອາຊຽນ 2020, ຫວຽດນາມພ້ອມກັບບັນດາປະເທດສະມາຊິກພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອສ້າງພາກພື້ນແຫ່ງສັນຕິພາບ, ມິດຕະພາບ, ແລະ ຮ່ວມມື, ຄ່ອຍໆສ້າງຕັ້ງປະຊາຄົມໃຫ້ນັບມື້ນັບສະໜິດຕິດພັນກ່ຽວກັບດ້ານການເມືອງ, ມີການຮ່ວມສຳພັນດ້ານເສດຖະກິດ, ແລະ ແບ່ງປັນຄວາມຮັບຜິດຊອບຕໍ່ສັງຄົມຜ່ານແຕ່ລະບາດກ້າວ. ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາ ພ້ອມກັບບັນດາປະເທດພາຍໃນພາກພື້ນ ແລະ ນອກພາກພື້ນ ຮັກສາ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍ, ພິເສດແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top