• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົກເຄົ້າເຫງົ້າກໍແຫ່ງສັກສິດ, ດິນແດນບັນພະບຸລຸດເຈົ້າຊີວິດຮຸ່ງ

ແຕ່ດົນນານມາແລ້ວ, ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ຝັງເລິກໃນເລືອດເນື້ອຂອງລູກຫຼານທີ່ມີສາຍເລືອດ ລາກ - ຮົ່ງ.

ແຕ່ດົນນານມາແລ້ວ, ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ຝັງເລິກໃນເລືອດເນື້ອຂອງລູກຫຼານທີ່ມີສາຍເລືອດ ລາກ - ຮົ່ງ.

   

ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງປີ 2022 ດ້ວຍຫົວຂໍ້ “ກົກເຄົ້າເຫງົ້າກໍແຫ່ງສັກສິດ, ດິນແດນບັນພະບຸລຸດເຈົ້າຊີວິດຮຸ່ງ” ຈັດຂຶ້ນໃນລະຫວ່າງວັນທີ 06 – 10 ເມສາ. (ພາບປະກອບ: TTXVN)

ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງປີ 2022 ດ້ວຍຫົວຂໍ້ “ກົກເຄົ້າເຫງົ້າກໍແຫ່ງສັກສິດ, ດິນແດນບັນພະບຸລຸດເຈົ້າຊີວິດຮຸ່ງ” ຈັດຂຶ້ນໃນລະຫວ່າງວັນທີ 06 – 10 ເມສາ (ກົງກັບວັນທີ 06 – 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ດ້ວຍການເຄື່ອນໄຫວອຸດົມສົມບູນຫຼາຍຢ່າງ. ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງເວືອງ ແມ່ນງານບຸນສຳຄັນຍິງຂອງປະເທດ ຫວຽດນາມ ແລະ ການເຫຼື້ອມໄສບູຊາເຈົ້າຊີວິດຮຸ່ງໄດ້ກາຍເປັນສີສັນວັດທະນະທຳຂອງວົງຄະນະຍາດ, ແມ່ນພິທີສ້າງມູນເຊື້ອຄວາມສາມັກຄີ, ຄວາມຮັກແພງ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງມະຫາຄອບຄົວບັນດາເຜົ່າ ຫວຽດນາມ.

        ແຕ່ລະປີ, ຮອດວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ປະຊາຊົນ ຫວຽດນາມ ໝົດທຸກຄົນ, ເຖິງວ່າຢູ່ພາຍໃນ ຫຼື ອາໄສຢູ່ຕ່າງປະເທດ ດ້ວຍຈິດໃຈເຄົາລົບ, ລ້ວນແຕ່ເຕົ້າໂຮມກັນ ແລະ ໄປເຖິງວິຫານ ກິງທຽນ ຢູ່ຍອດພູ ເງັ້ຍລິ້ງ (ຂຶ້ນກັບເຂດປູຊະນີຍະສະຖານປະວັດຊາດລະດັບຊາດ ວິຫານ ຮຸ່ງ, ແຂວງ ຝູທໍ), ເພື່ອອາໄລຫາບຸນຄຸນຂອງບັນພະບຸລຸດເຈົ້າຊີວິດຮຸ່ງ. ແຕ່ດົນນານມາແລ້ວ, ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ຝັງເລິກໃນເລືອດເນື້ອຂອງລູກຫຼານທີ່ມີສາຍເລືອດ ລາກ - ຮົ່ງ.

        “ເຖິງວ່າໄປໃສ. ຕ້ອງຄິດຮອດວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ວັນທີ 10 ເດືອນ 3. ປີໃດກໍ່ຄືກັນ ແລະ ໃນຫຼາຍປີມານີ້ແລ້ວ ຄອບຄົວຂ້າພະເຈົ້າລ້ວນແຕ່ຊັບຊ້ອນເວລາເພື່ອໄປ ວິຫານ ຮຸ່ງ ຖະຫວາຍທູບທຽນ, ອາໄລຫາບັນດາເຈົ້າຊີວິດ ຮຸ່ງ”

        “ຍ້ອນໂລກລະບາດໂຄວິດ-19 ແຜ່ລະບາດເປັນເວລາ 2 ປີຜ່ານມາ, ພວກຂ້າພະເຈົ້າບໍ່ໄດ້ໄປຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຢູ່ດິນແດນແຫ່ງບັນພະບຸລຸດ, ແຕ່ຂ້າພະເຈົ້າໄດ້ເຮັດຄາບເຂົ້າເພື່ອບູຊາ, ບອກເຕືອນລູກຫຼານກ່ຽວກັບກົກເຄົ້າເຫງົ້າກໍຂອງຊາດ.”

        ປີ 2022 ນີ້, ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ໄດ້ຈັດຂຶ້ນໂດຍຕິດພັນກັບການສະເຫຼີມສະຫຼອງ 10 ປີແຫ່ງອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ຮັບຮອງວ່າແມ່ນ “ການເຫຼື້ອມໄສເຊື່ອຖືບູຊາເຈົ້າຊີວິດ ຮຸ່ງ ຢູ່ ຝູທໍ້” ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ເປັນຕົວແທນໃຫ້ມວນມະນຸດ.

ພາຍຫຼັງໄລຍະ 10 ປີ (2012 – 2022), ການເຫຼື້ອມໃສເຊື່ອຖືບູຊາເຈົ້າຊີວິດ ຮຸ່ງເວືອງ ນັບມື້ນັບແຜ່ຂະຫຍາຍຄຸນຄ່າ, ແຜ່ລະຫຍາຍບໍ່ພຽງແຕ່ຢູ່ແຂວງ ຝູທໍ້ ເທົ່ານັ້ນ ຫາກຍັງໃນຂອບເຂດທົ່ວປະເທດອີກດ້ວຍ, ເປັນການສະແດງໃຫ້ເຫັນພະລັງຊີວິດຍືນຍົງ ຂອງມໍລະດົກເຫຼື້ືອມໄສເຊື່ອຖືທີ່ສັກກະລະບູຊາໃນວົງຄະນະຍາດບັນດາເຜົ່າ ຫວຽດນາມ. ທ່ານ ຫງວຽນດັກຖຸຍ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຝູທໍ້, ຢືນຢັນວ່າ:

        “ການເຫຼື້ອມໄສເຊື່ອຖືບູຊາເຈົ້າຊີວິດ ຮຸ່ງ ນຳມາເຊິ່ງຄຸນຄ່າທາງດ້ານຈິດໃຈທີ່ໃຫຍ່ຫຼວງເພື່ອສົ່ງເສີມວັງຄະນະຍາດສືບຕໍ່ອະນຸລັກຮັກສາ, ປົກປ້ອງ, ຮັກສາຄຸນຄ່າວັດທະນະທຳດັ່ງກ່າວ, ເສີມຂະຫຍາຍຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ. ພ້ອມກັນນັ້ນ, ມີຄຸນປະໂຫຍດຊຸກຍູ້ປະຊາຊົນຕັ້ງໜ້າເຂົ້າຮ່ວມການປະຕິບັດການເຫຼື້ອມໄສບູຊາ, ປະຕິບັດມໍລະດົກ, ກໍ່ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຜ່ານການພັດທະນາການທ່ອງທ່ຽວ”.

        ໃນໄລຍະ 10 ປີຜ່ານມາ, ແຂວງ ຝູທໍ້ ໄດ້ຍູ້ແຮງການປະຕິບັດໂຄງການກະທຳລະດັບຊາດກ່ຽວກັບການ “ປົກປ້ອງ ແລະ ເສີມຂະຫຍາຍຄຸນຄ່າຂອງບໍລະດົກບໍ່ເປັນວັດຖຸການເຫຼື້ອມໄສເຊື່ອຖືບູຊາເຈົ້າຊີວິດ ຮຸ່ງເວືອງ ຢູ່ ຝູທໍ້”. ໃນຂອບເຂດໃນທົ່ວປະເທດ, ບັນດາເຂດມໍລະດົກໄຫ້ວບູຊາເຈົ້າຊີວິດ ຮຸ່ງ ໄດ້ບູລະນະປະຕິສັງຂອນ, ສ້ອມແປງ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນປະຕິບັດການເຫຼື້ອມໄສເຊື່ອຖືບູຊາເຈົ້າຊີວິດ ຮຸ່ງເວືອງ. ພິເສດ, ເຂດປູຊະນີຍະສະຖານພິເສດລະດັບຊາດ ໂດຍລັດກຳນົດເປັນເອກະພາບວ່າແມ່ນເຂດຈັດພິທີໄຫ້ວບູຊາເຈົ້າຊີວິດ ຮຸ່ງ, ກາຍເປັນສີສັນທີ່ເປັນເອກະລັກສະເພາະຂອງພິທີບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ.

        ພາຍຫຼັງໄລຍະ 10 ປີ, ການເຫຼື້ືອມໄສບູຊາເຈົ້າຊີວິດ ຮຸ່ງໄດ້ ແລະ ພວມສືບຕໍ່ສ້າງກຳລັງໜູນທາງດ້ານຈິດໃຈ ແລະ ກຳລັງແຮງມະຫາສາມັກຄີໃນພາລະກິດປົກປັກຮັກາ ແລະ ສ້າງສາປະເທດຊາດ. ນັ້ນແມ່ນກຳລັງແຮງຂອງກົກເຄົ້າເຫງົ້າກໍ, ເຕົ້າໂຮມຄວາມສາມັກຄີຂອງຊາວ ຫວຽດນາມ ລຸ້ນຕ່າງໆ ທີ່ພວມດຳລົງຊີວິດຢູ່ທຸກແຖບຖິ່ນໃນທົ່ວປະເທດ, ນັບທັງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມພາລະກິດສ້າງສາ ແລະ ພັດທະນາປະເທດຊາດ./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top