• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມ​ບໍ​ລິ​ສັດ UOB: ແງ​່​ຫວັງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ຕັ້ງ​ໜ້າ​ທີ່​ສຸດ

GDP ຂອງ ຫວຽດນາມເພີ່ມຂຶ້ນ 6,93% ໃນໄຕມາດທີ II, ສືບຕໍ່ທ່າເຕີບໂຕຢູ່ລະດັບ 5,87%ໃນໄຕມາດທີ I. ສິ່ງນີ້ຊ່ວຍພື້ນຖານເສດຖະກິດຫວຽດນາມ ມີການເຕີບໂຕຢູ່ລະດັບ 6,42%ໃນ 6 ເດືອນຕົ້ນປີນີ້, ລື່ນກາຍລະດັບ 3,84%ໃນ 6 ເດືອນຕົ້ນປີ 2023.
ທ່ານ Suan Teck Kin ຜູ້ອຳນວຍການກຸ່ມຄົ້ນຄ້ວາຕະຫຼາດ ແລະ ເສດຖະກິດທົ່ວໂລກ, ກຸ່ມບໍລິສັດ UOB (ພາບ: vietstock.vn)

ການຟື້ນຟູຂອງຄວາມຕ້ອງການພາຍນອກ ແລະ ພາຍໃນປະເທດ, ກໍ່ຄືຂົງເຂດການຜະລິດໄດ້ໜູນຊ່ວຍພື້ນຖານເສດຖະກິດ ຫວຽດນາມ ມີການເຕີບໂຕຢ່າງແຮງກ່ວາຄວາມມຸ່ງຫວັງໃນ 6 ເດືອນຕົ້ນປີ 2024. ທີ່ພິທີປະກາດການຄົ້ນຄ້ວາແງ່ຫວັງວິສາຫະກິດປີ 2024 ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 16 ກໍລະກົດ, ຢູ່ນະຄອນໂຮ່ຈີມິນ, ທ່ານ Suan Teck Kin ຜູ້ອຳນວຍການກຸ່ມຄົ້ນຄ້ວາຕະຫຼາດ ແລະ ເສດຖະກິດທົ່ວໂລກ, ກຸ່ມບໍລິສັດ UOB ໄດ້ເນັ້ນໜັກວ່າການເຕີບໂຕເສດຖະກິດ ຫວຽດນາມ ລື່ນກາຍຄວາມມຸ່ງຫວັງ; ກຳລັງໜູນໃຫ້ແກ່ການເຕີບໂຕນັ້ນ ກ່ຽວຂ້ອງເຖິງການຟື້ນຟູຄວາມຕ້ອງການຂະແໜງເຕັກໂນໂລຢີ, ການເຕີບໂຕທີ່ເປັນປົກກະຕິຢູ່ ຈີນ ແລະ ພາກພື້ນກໍ່ຄືຄວາມສາມາດໃນການໂຍະຍານນະໂຍບາຍເງິນຕາຂອງທະນາຄານສູນກາງໃຫຍ່ ຈະໜູນຊ່ວຍແງ່ຫວັງຂອງ ຫວຽດນາມ.

ໄຈແຍກກ່ຽວກັບໝາກຜົນທີ່ຕັ້ງໜ້າໃນ 6 ເດືອນຕົ້ນປີນີ້ຂອງ ຫວຽດນາມ, UOB ໃຫ້ຮູ້ວ່າ GDP ຂອງ ຫວຽດນາມເພີ່ມຂຶ້ນ 6,93% ໃນໄຕມາດທີ II, ສືບຕໍ່ທ່າເຕີບໂຕຢູ່ລະດັບ 5,87%ໃນໄຕມາດທີ I. ສິ່ງນີ້ຊ່ວຍພື້ນຖານເສດຖະກິດຫວຽດນາມ ມີການເຕີບໂຕຢູ່ລະດັບ 6,42%ໃນ 6 ເດືອນຕົ້ນປີນີ້, ລື່ນກາຍລະດັບ 3,84%ໃນ 6 ເດືອນຕົ້ນປີ 2023.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top