• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມອາຊຽນຢູ່ສະພາແຫ່ງຊາດອາເມລິກາ ຢືນຢັນການເພີ່ມທະວີການພົວພັນຄູ່ຮ່ວມມຶຍຸດສາດອາຊຽນ-ອາເມລິກາ

      ທ່ານສະມາຊິກສະພາຕ່ຳ Joaquin Castro ຢືນຢັນຄວາມເຫັນດີເຫັນພ້ອມຂອງສະພາສູງ, ສະພາຕ່ຳສຳລັບວິທີສຳຜັດຖືກກົດໝາຍສາກົນເປັນສຳຄັນ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ
      ວັນທີ 18 ກໍລະກົດ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ  ຮ່າກິມງອັກ ໄດ້ພ້ອມກັບເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ປະຈຳນະຄອນຫຼວງ ວໍຊິງຕັນ ໄດ້ແລກປ່ຽນໂດຍກົງກັບທ່ານສະມາຊິກສະພາຕ່ຳອາເມລິກາ Joaquin Castro, ຮອງປະທານກຳມາທິການການຕ່າງປະເທດສະພາຕ່ຳ, ທັງເປັນປະທານຮ່ວມກຸ່ມອາຊຽນ ຂອງສະພາແຫ່ງຊາດອາເມລິກາ ກ່ຽວກັບການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອາເມລິກາ. ທີ່ການແລກປ່ຽນ, ທ່ານ Joaquin Castro ໄດ້ຕີລາຄາສູງບົດຮຽນ ແລະ ປະສົບການຄວບຄຸມໂລກລະບາດໂຄວິດ-19 ຂອງບັນດາປະເທດອາຊຽນ, ພິເສດແມ່ນຫວຽດນາມ, ກໍຄືການຮ່ວມມືເພື່ອຮັບມືກັບໂລກລະບາດໃນໄລຍະຜ່ານມາລະຫວ່າງອາຊຽນ - ອາເມລິກາ. ທ່ານ Joaquin Castro ກໍຢືນຢັນວ່າ, ດ້ວຍບົດບາດເປັນປະທານຮ່ວມກຸ່ມອາຊຽນ ຂອງສະພາແຫ່ງຊາດອາເມລິກາ, ທ່ານເອງຈະສືບຕໍ່ສະໜັບສະໜູນ ແລະ ສົ່ງເສີມອຳນາດການປົກຄອງອາເມລິກາ ເປີດກວ້າງການຮ່ວມມືກັບອາຊຽນ.
ສ່ວນທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ເນັ້ນໜັກວ່າ, ດ້ວຍບົດບາດເປັນປະທານອາຊຽນ, ຫວຽດນາມ ໄດ້ສົມທົບກັບບັນດາປະເທດອາຊຽນ ໃນການຮັກສາບັນດາການເຄື່ອນໄຫວຂອງອາຊຽນ ແລະ ຫວັງວ່າ ຈະຄວບຄຸມໂລກລະບາດໂຄວິດ-19 ໂດຍໄວ ເພື່ອໃຫ້ຫວຽດນາມ ສາມາດຕ້ອນຮັບບັນດາການນຳອາຊຽນ ແລະ ບັນດາຄູ່ຮ່ວມມື, ໃນນັ້ນມີທ່ານປະທານາທິບໍດີອາເມລິກາ, ມາຮ້າໂນ້ຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກສ່ຽງໃຕ້ ເຊິ່ງຈະຈັດຂຶ້ນໃນທ້າຍປີນີ້.
ໃນວາລະປຶກສາຫາລື, ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງອາເມລິກາ ໃນຄວາມມານະພະຍາຍາມຮັກສາກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຢູ່ທະເລຕາເວັນອອກ ແລະ ບັນດາເຂດທະເລຢູ່ພາກພື້ນ. ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ຕີລາຄາສູງເລື່ອງກຳມາທິການການຕ່າງປະເທດສະພາສູງ ແລະ ສະພາຕ່ຳ ໄດ້ອອກຖະແຫຼງການຢືນຢັນບັນດາຄຳຮຽກສິດຜືນແຜ່ນດິນ ແລະ ການເດີນທະເລຂອງຈີນ ຢູ່ທະເລຕາເວັນອອກ ແມ່ນບໍ່ຖືກຕ້ອງຕາມກົດໝາຍ. ທ່ານສະມາຊິກສະພາຕ່ຳ Joaquin Castro ຢືນຢັນຄວາມເຫັນດີເຫັນພ້ອມຂອງສະພາສູງ, ສະພາຕ່ຳສຳລັບວິທີສຳຜັດຖືກກົດໝາຍສາກົນເປັນສຳຄັນ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເນັ້ນໜັກເຖິງຄຸນຄ່ານິຕິທຳຂອງຄຳຕັດສິນຂອງສານກຳມະການ ໃນເຫດຟີລິບປິນ ຮ້ອງຟ້ອງຈີນ ແລະ ຢືນຢັນວ່າ ອາເມລິກາ ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບບັນດາປະເທດຢູ່ພາກພື້ນ, ບໍ່ອະນຸຍາດໃຫ້ປະເທດໃດ ນຳໃຊ້ກຳລັງແຮງເພື່ອເປີດກວ້າງຜືນແຜ່ນດິນ ເຖິງວ່າຢູ່ທະເລຕາເວັນອອກ, ທະເລ ຮວາຕຸງ ຫຼື ນັບທັງທາງບົກ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top