• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ຂອງ ລັດ​ເຊຍ ອາດ​ຈະຖືກ​ ບຸກ​ໂຈມ​ຕີກໍ່ການ​ຮ້າຍ

ຕາມການໃຫ້ປາກຄຳຂອງລູກເຮືອ ມີເຫດລະເບີດຂຶ້ນຢ່າງຕໍ່ເນື່ອງ 3 ຄັ້ງຢູ່ເບື້ອງຂວາຂອງກຳປັ່ນ Ursa Major ເຊິ່ງເຮັດໃຫ້ກຳປັ່ນຈົມນ້ຳ.
  ພາບປະກອບ: REUTERS  
ວັນທີ 25 ທັນວາ, ສຳນັກຂ່າວສານ RIA Novosti ຂອງ ລັດເຊຍ ໄດ້ລົງຂ່າວວ່າ Oboronlogistics ເຊິ່ງແມ່ນບໍລິສັດກຳມະສິດກຳປັ່ນຂົນສົ່ງສິນຄ້າ Ursa Major ຖືກຈົມນ້ຳຢູ່ທະເລ ເມດີເຕເຣເນຍ ໃຫ້ຮູ້ວ່າກຳປັ່ນປະສົບເຄາະຮ້າຍໃນເຫດບຸກໂຈມຕີຂອງພວກກໍ່ການຮ້າຍ. ແຈ້ງການສື່ມວນຊົນຂອງ Oboronlogistics ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ຕາມການໃຫ້ປາກຄຳຂອງລູກເຮືອ ມີເຫດລະເບີດຂຶ້ນຢ່າງຕໍ່ເນື່ອງ 3 ຄັ້ງຢູ່ເບື້ອງຂວາຂອງກຳປັ່ນ Ursa Major ເຊິ່ງເຮັດໃຫ້ກຳປັ່ນຈົມນ້ຳ. ກະຊວງການຕ່າງປະເທດລັດເຊຍ ໃສ່ໃຈວ່າ ມີລູກເຮືອ 16 ຄົນຢູ່ກຳປັ່ນ Ursa Major ໃນຈຸດເວລາເກີດກຳປັ່ນຈົມນ້ຳ, 14 ຄົນໄດ້ຮັບການກູ້ຊ່ວຍຈາກກຳລັງປົກປ້ອງເຂດຝັ່ງທະເລ ແອັດສະປາຍ ແລະ ສົ່ງໄປຍັງທ່າກຳປັ່ນ Cartagena ແລ້ວ. ປັດຈຸບັນຍັງມີລູກເຮືອ 2 ຄົນຖືກຫາຍສາບສູນ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top