• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງຕຳຫລວດຈາລະຈອນເຂົ້າຮ່ວມຮັບໃຊ້ສັບປະດາຂັ້ນສູງ APEC 2017

      ຕອນເຊົ້າວັນທີ 11 ຕຸລາ ຢູ່ຮ່າໂນ້ຍ, ກົມຕຳຫລວດຈາລະຈອນຈັດຕັ້ງພິທີເຄື່ອນໄຫວເຂົ້າຮ່ວມການຮັບປະກັນຄວາມປອດໄພໃນການຄົມມະນາຄົມ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເພື່ອຮັບໃຊ້ສັບປະດາຂັ້ນສູງ APEC 2017. 

ກຳລັງຕຳຫລວດຈາລະຈອນເຂົ້າຮ່ວມຮັບໃຊ້ສັບປະດາຂັ້ນສູງ APEC 2017 (ພາບ: TTXVN)
      ດ້ວຍຄວາມຕັດສິນໃຈສູງສຸດ ເພື່ອປ້ອງກັນໃຫ້ກອງປະຊຸມ APEC 2017 ປະສົບຜົນສຳເລັດ, ພະນັກງານ, ນັກຮົບຕຳຫລວດຈາລະຈອນທົ່ວປະເທດເກືອບ 900 ຄົນໄດ້ຮຽກໂຮມ, ພ້ອມດ້ວຍພາຫະນະລົດໂອໂຕ, ໂມໂຕນັບພັນຄັນ ແລະ ອຸປະກອນເຕັກນິກໜູນຊ່ວຍເພື່ອເຂົ້າຮ່ວມຮັບໃຊ້ສັບປະດາຂັ້ນສູງ APEC 2017 ຢູ່ດ່າໜັງ. ກຳລັງຕຳຫລວດຈາລະຈອນຈະດຳເນີນການຝຶກແອບ, ຝຶກຊ້ອມບັນດາວິທີການຕ້ອນຮັບ, ນຳພາຄະນະ, ຄວບຄຸ້ມການຈາລະຈອນ, ຮັບປະກັນໃຫ້ບັນດາການເຄື່ອນໄຫວໃນຊີວິດປະຈຳວັນຢູ່ ດ່າໜັງ ເປັນປົກກະຕິ, ພ້ອມທັງ ຮັບປະກັນຄວາມສະຫງົບປອດໄພຢ່າງເດັດຂາດໃຫ້ບັນດາຄະນະເຈົ້າໜ້າທີ່, ຜູ້ແທນທີ່ມາຈາກ 21 ພື້ນຖານເສດຖະກິດໃນພາກພື້ນ ອາຊີ - ປາຊີຟິກ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top