• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ: ປະທານພັກຝ່າຍຄ້ານ CNRP ຖືກຈັບຕົວດ້ວຍຄຳກ່າວຫາທໍລະຍົກຕໍ່ຊາດ

      ວັນທີ 03 ກັນຍາ, ກຳລັງທີມີໜ້າທີ່ຢູ່ກຳປູເຈຍ ໄດ້ຈັບຕົວທ່ານ Kem Sokha, ປະທານພັກກູ້ໄພແຫ່ງຊາດກຳປູເຈຍ (CNRP) ຝ່າຍຄ້ານ, ດ້ວຍຄຳກ່າວຫາ ມີການກະທຳທໍລະຍົກຕໍ່ຊາດ ແລະ ການກະທຳເປັນນັກສືບ.

(ການຈັບຕົວຖືກດຳເນີນໃນເວລາ 0 ໂມງ 35 ນາທີ, ວັນທີ 03 ກັນຍາ)
      ສື່ເອເລັກໂຕນິກ Fresh News ຂອງກຳປູເຈຍ ໄດ້ຄັດສະເໜີແຈ້ງການຂອງລັດຖະບານແຫ່ງລາຊະອານາຈັກປະເທດນີ້ ໃຫ້ຮູ້ວ່າ: ການຈັບຕົວຖືກດຳເນີນໃນເວລາ 0 ໂມງ 35 ນາທີ, ວັນທີ 03 ກັນຍາ. ກຳລັງທີ່ມີໜ້າທີ່ຢູ່ກຳປູເຈຍ ໄດ້ຈັບຕົວທ່ານ Kem Sokha ຍ້ອນມີພະຍານຫຼັກຖານຢ່າງຈະແຈ້ງວ່າ ເທບວີດີໂອ ເຊິ່ງແວັບໄຊ CBN (Cambodian Broadcasting Network)  ມີສຳນັກງານຕັ້ງຢູ່ອົດສະຕາລີ ແລະ ມີພະຍານຫຼັກຖານອື່ນໆອີກ ໄດ້ຊີ້ໃຫ້ເຫັນວ່າ, ທ່ານ Kem Sokha ແລະ ພວກ ສົມຮູ້ຮ່ວມຄິດໄດ້ຮ່ວມມືກັບຕ່າງປະເທດ ສົ່ງຜົນສະທ້ອນເຖິງປະເທດຊາດ. ລັດຖະບານ ກຳປູເຈຍ ໄດ້ກ່າວປະນາມການກະທຳດັ່ງກ່າວແມ່ນທໍລະຍົກຕໍ່ຊາດ ແລະ ການເຄື່ອນໄຫວສືບຂ່າວໄດ້ກຳນົດໃນກົດໝາຍວ່າດ້ວຍອາຍາ. ລັດຖະບານໄດ້ແຈ້ງໃຫ້ຊາບວ່າ ສານຈະແກ້ໄຂເຫດການດັ່ງກ່າວຖືກຕາມຂໍ້ກຳນົດຂອງກົດໝາຍ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top