• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກາວແຫຼງ ໄດ້ຮັບລາງວັນ “ນະຄອນຮ່ຳຮຽນທົ່ວໂລກ Unesco”

ກາວແຫຼງໃນແຂວງດົ່ງທາບແມ່ນນະຄອນຖັດຈາກແຂວງຫ໋າຍເຢືອງ, ນະຄອນໂຮ່ຈີມິນ, ຊາແດັກ ຂອງດົ່ງທາບ ແລະ ວິງຂອງເງະອານໄດ້ຮັບການເຊີດຊູນຳເຂົ້າ ເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ ຂອງ Unesco ພ້ອມກັບ 76 ນະຄອນຂອງ 43 ປະເທດອື່ນ.

ກາວແຫຼງໃນແຂວງດົ່ງທາບແມ່ນນະຄອນຖັດຈາກແຂວງຫ໋າຍເຢືອງ, ນະຄອນໂຮ່ຈີມິນ, ຊາແດັກ ຂອງດົ່ງທາບ ແລະ ວິງຂອງເງະອານໄດ້ຮັບການເຊີດຊູນຳເຂົ້າ ເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ ຂອງ Unesco ພ້ອມກັບ 76 ນະຄອນຂອງ 43 ປະເທດອື່ນ.

    

ແຈໜຶ່ງຢູ່ນະຄອນກາວແຫຼງ

ນີ້ແມ່ນລາງວັນເຊີດຊູບັນດາຄວາມມານະພະຍາຍາມຢ່າງຂາດຂັ້ນໃນການສ້າງນະຄອນຮ່ຳຮຽນ ຊຸກຍູ້ການຮ່ຳຮຽນຕະຫຼອດຊີວິດໃນຊຸມຊົນ.  ເລື່ອງນະຄອນກາວແຫຼງໄດ້ຮັບການຮັບຮອງແມ່ນນະຄອນຮ່ຳຮຽນທົ່ວໂລກຈາກ Unesco ນັ້ນ ໄດ້ຊ່ວຍໃຫ້ຊາວນະຄອນມີໂອກາດສະດວກກວ່າເກົ່າໃນການແລກປ່ຽນແນວຄວາມຄິດ, ພູມປັນຍາ ແລະ ບົດຮຽນກັບບັນດານະຄອນສະມາຊິກອື່ນໃນທົ່ວໂລກ, ພ້ອມທັງໄດ້ເຂົ້າເຖິງບັນດານັກຊ່ຽວຊານນັກຄົ້ນຄວ້າ, ນັກຊ່ຽນຊານດ້ານການສຶກສາຂອງUnescoແນໃສ່ອັບເດດລະດັບຄວາມຮູ້ ແລະພຶດຕິກຳຕົວຈິງຢູ່ທີ່ບັນດາກອງປະຊຸມສຳມະນາ, ກອງປະຊຸມຮ່ຳຮຽນທົ່ວໂລກຂອງ Unesco.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top