• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຫວຽດ​ນາມ - WEF: ເປີດ​​ຫລາຍກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​​ລະ​ຫ່ວງ ຫວຽດ​ນາມ ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ

ການໂອ້ລົມສົນທະນາຍຸດທະສາດແຫ່ງຊາດ ຫວຽດນາມ - WEF ຄັ້ງທຳອິດ ໄດ້ຈັດຕັ້ງແບບທາງໄກ ດ້ວຍຫົວຂໍ້ ວ່າ “ເພີ່ມທະວີການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນ, ກຳລັງໜູນສຳຄັນ ຂອງການຟື້ນຟູຮອບດ້ານ ແລະ ພັດທະນາແບບຍືນຍົງ, ກວມລວມ ແລະ ປ່ຽນແປງໃໝ່ຫົວຄິດປະດິດສ້າງ”.
ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫງວຽນມິງຫວູ (ພາບ: QDND)

ເນື່ອງໃນໂອກາດນີ້, ເມື່ອແລກປ່ຽນກັບນັກຂ່າວ ກ່ຽວກັບໝາກຜົນຂອງ ການໂອ້ລົມ ສົນທະນາກັບ ຫວຽດນາມ ແລະ ການຕີລາຄາກ່ຽວກັບແງ່ຫວັງເສດຖະກິດ ຫວຽດນາມ ຢູ່ເຫດການນີ້, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫງວຽນມິງຫວູ ໃຫ້ຮູ້ວ່າ: ການໂອ້ລົມສົນທະນາໂດຍມີການເຂົ້າຮ່ວມຂອງການນຳ ແຖວໜ້າ ຂອງ WEF 2 ທ່ານ ພ້ອມກັບ 70 ກຸ່ມບໍລິສັດ, ວິສາຫະກິດ ແລະ ບັນດານັກລົງທຶນແຖວໜ້າ ໄດ້ມາລົງທຶນຢູ່ ຫວຽດນາມ ແລະ ພວມມີແຜນການເຂົ້າມາລົງທຶນ ຢູ່ ຫວຽດນາມ. ການໂອ້ລົມສົນທະນາຍັງບັນລຸໄດ້ຄວາມສົນໃຈເປັນຢ່າງຍິ່ງ ຂອງ ປະຊາຄົມນັກລົງທຶນ ແລະ ດຳເນີນທຸລະກິດທົ່ວໂລກ ໃນບັນດາຂົງເຂດທີ່ເໝາະສົມກັບບັນດາບຸລິສະມິດຍຸດທະສາດຂອງ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນທັດສະນະຢ່າງກົງໄປກົງມາ ກ່ຽວກັບການສົມທົບກັນ, ການຮ່ວມມື ລະຫວ່າງ ລັດຖະບານ, ບັນດາແຂວງ, ນະຄອນຂອງ ຫວຽດນາມ ກັບບັນດານັກລົງທຶນ ແລະ ດຳເນີນທຸລະກິດໃນພາກພື້ນ ແລະ ທົ່ວໂລກ.

ສ່ວນທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫງວຽນມິງຫວູ ຖືວ່າ ຜົນສຳເລັດໃຫຍ່ທີ່ສຸດຂອງການໂອ້ລົມສົນທະນາຄັ້ງນີ້ ເປັນການສະແດງໃຫ້ເຫັນ ຄວາມໄວ້ເນື້ອເຊື່ອໃຈ. ການເຂົ້າຮ່ວມຂອງ ການນຳແຖວໜ້າໂລກ ເກືອບ 70 ຄົນ ຂອງບັນດາກຸ່ມບໍລິສັດເສດຖະກິດໃຫຍ່ທົ່ວໂລກ ຢູ່ການໂອ້ລົມສົນທະນາຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ກໍ່ຄືຄວາມໄວ້ເນື້ອເຊື່ອໃຈຂອງ WEF ແລະ ປະຊາຄົມ ວິສາຫະກິດ ກັບພື້ນຖານເສດຖະກິດ ຫວຽດນາມ.

ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫງວຽນມິງຫວູ ຢັ້ງຢືນ ບັນດາການຕີລາຄາຂອງ ປະຊາຄົມວິສາຫະກິດດຳເນີນທຸລະກິດສາກົນ ຜ່ານການໂອ້ລົມສົນທະນາຄັ້ງນີ້ ກ່ຽວກັບແງ່ຫວັງເສດຖະກິດ ຫວຽດນາມ ແມ່ນຕັ້ງໜ້າທີ່ສຸດ. ສິ່ງນີ້ຈະເປີດກາລະໂອກາດຫຼາຍຢ່າງໃນການຮ່ວມມືໃໝ່ກັບ ຫວຽດນາມ ແລະ ກຸ່ມບໍລິສັດເສດຖະກິດຕ່າງປະເທດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top