• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອກ​ຕັ້ງ ຢູ່​ ກຳ​ປູ​ເຈຍ: ພັກ​ກຳ​ອຳ​ນາດ​ຍາດ​ໄດ້ 120/125 ບ່ອນ​ນັ່ງ​ໃນສະ​ພາ​ແຫ່ງ​ຊາດ​ຊຸ​ດ​ໃໝ່

ໃນຖະແຫຼງການ, ພັກກຳອຳນາດ ໃຫ້ຄຳໝັ້ນສັນຍາກັບປະຊາຊົນວ່າ ລັດຖະບານ ກຳປູເຈຍ ອາຍຸການ ທີ VII ທີ່ສ້າງຕັ້ງໃນຊຸມວັນຈະມາເຖິງ ໂດຍ ປອ. Hun Manet ນຳໜ້າ ຈະສືບຕໍ່ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ມານະພະຍາຍາມປະຕິບັດສຳເລັດໂຄງການດຳເນີນງານການເມືອງ ຄືດັ່ງໄດ້ປະກາດມາແລ້ວ ເພື່ອຕອບແທນຄວາມໄວ້ວາງໃຈຂອງປະຊາຊົນ ທີ່ມີຕໍ່ພັກ CPP.
ພັກ CPP ຍາດໄດ້ໄຊຊະນະຢ່າງຂາດຂັ້ນ (ພາບ: VOV)

ຕອນເຊົ້າວັນທີ 5 ສິງຫາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ປະກາດໝາກຜົນການເລືືອກຕັ້ງ ແລະ ບັນຊີລາຍຊື່ຜູ້ຮັບໄຊຊະນະເປັນສະມາຊິກສະພາແຫ່ງຊາດຊຸດທີ VII ຢ່າງເປັນທາງການ ດ້ວຍໄຊນະນະຂາດຂັ້ນ ໄດ້ແກ່ພັກ CPP. ຕາມນັ້ນແລ້ວ, ພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ ຍາດໄດ້ 120 ໃນຈຳນວນ 125 ບ່ອນນັ່ງໃນສະພາແຫ່ງຊາດອາຍຸການໃໝ່ຢູ່ປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້.

ກໍໃນຕອນເຊົ້າຂອງວັນດຽວກັນ, CPP ໄດ້ອອກຖະແຫຼງການປະກາດໝາກຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII ເຊິ່ງ NEC ໄດ້ປະກາດຢ່າງເປັນທາງການ.   ໃນຖະແຫຼງການ, ພັກກຳອຳນາດ ໃຫ້ຄຳໝັ້ນສັນຍາກັບປະຊາຊົນວ່າ ລັດຖະບານ ກຳປູເຈຍ ອາຍຸການ ທີ VII ທີ່ສ້າງຕັ້ງໃນຊຸມວັນຈະມາເຖິງ ໂດຍ ປອ. Hun Manet ນຳໜ້າ ຈະສືບຕໍ່ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ມານະພະຍາຍາມປະຕິບັດສຳເລັດໂຄງການດຳເນີນງານການເມືອງ ຄືດັ່ງໄດ້ປະກາດມາແລ້ວ ເພື່ອຕອບແທນຄວາມໄວ້ວາງໃຈຂອງປະຊາຊົນ ທີ່ມີຕໍ່ພັກ CPP.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top