• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ: ທົ່ວ​ປະ​ເທດ ມີ 35,4% ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ໃນ​ມື້​​ທຳ​ອິດ

ຕາມແຈ້ງການຂອງຄະນະກຳມະການເລືອກຕັ້ງສູນກາງລັດເຊຍແລ້ວ, ອັດຕາຜູ້ມີສິດເລືອກຕັ້ງໃນທົ່ວປະເທດແມ່ນ 35,4%. ຜູ້ມີສິດເລືອກຕັ້ງກວ່າ 3 ລ້ານຄົນ ໄດ້ເຂົ້າຮ່ວມການເລືອກຕັ້ງແບບທາງໄກ, ກວມເອົາ 75%.
ປະຊາຊົນ ລັດເຊຍ ຕັ້ງໜ້າໄປເລືອກຕັ້ງ (ພາບ: VOV)

ມື້ປ່ອນບັດທຳອິດໃນການເລືອກຕັ້ງປະທານາທິບໍດີ ລັດເຊຍ ໄດ້ສິ້ນສຸດລົງຢູ່ທຸກເຂດພາກໃນທົ່ວປະເທດລັດເຊຍ ໃນເວລາ 20 ໂມງ (ວັນທີ 15 ມີນາ ຕາມເວລາມົດສະກູ). ຕາມແຈ້ງການຂອງຄະນະກຳມະການເລືອກຕັ້ງສູນກາງລັດເຊຍແລ້ວ, ອັດຕາຜູ້ມີສິດເລືອກຕັ້ງໃນທົ່ວປະເທດແມ່ນ 35,4%. ຜູ້ມີສິດເລືອກຕັ້ງກວ່າ 3 ລ້ານຄົນ ໄດ້ເຂົ້າຮ່ວມການເລືອກຕັ້ງແບບທາງໄກ, ກວມເອົາ 75%. ສະເພາະຢູ່ ມົດສະກູ, ມີຜູ້ມີສິດເລືອກຕັ້ງປະມານ 3 ລ້ານຄົນ ໄດ້ເຂົ້າຮ່ວມການປ່ອນບັດທັງແບບໂດຍກົງ ແລະ ທາງໄກ. ນີ້ແມ່ນຈຳນວນຜູ້ມີສິດເລືອກຕັ້ງຫຼາຍທີ່ບໍ່ເຄີຍມີມາກ່ອນ.

ທ່ານປະທານາທິບໍດີ ລັດເຊຍ Putin ໄດ້ເຂົ້າຮ່ວມການປ່ອນບັດແບບທາງໄກນັບແຕ່ຕອນເຊົ້າ. ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານສະພາຕ່ຳ ລັດເຊຍ Vyacheslav Volodin ແລະ ທ່ານປະທານສະພາສູງ ລັດເຊຍ Valentina Matviyenko ກໍໄດ້ໄປປ່ອນບັດເຊັ່ນດຽວກັນ.  

ໄລ່ມາຮອດປັດຈຸບັນ, ການເລືອກຕັ້ງປະທານາທິບໍດີ ໄດ້ດຳເນີນໄປຢ່າງປອດໄພ.

ການເລືອກຕັ້ງປະທານາທິບໍດີ ລັດເຊຍ ໄດ້ດຳເນີນແຕ່ວັນທີ 15 – 17 ມີນາ, ເຊິ່ງເປັນຄັ້ງທຳອິດທີ່ເຫດການນີ້ໄດ້ດຳເນີນພາຍໃນ 3 ວັນ ທັງຮູບແບບປ່ອນບັດແບບທາງໄກ. ໂດຍມີຜູ້ສະໝັກເລືອກຕັ້ງ 4 ທ່ານເຂົ້າຮ່ວມການເລືອກຕັ້ງ, ໃນນັ້ນ ມີທ່ານປະທານາທິບໍດີລັດເຊຍ ຄົນປັດຈຸບັນ Vladimir Putin, ເຊິ່ງເປັນຜູ້ສະໝັກເລືອກຕັ້ງດ້ວຍຖານະເປັນຜູ້ສະໝັກເລືອກຕັ້ງເອກະລາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

ພາຍຫຼັງກໍ່ສ້າງສຳເລັດໄລຍະທີ 1 ໃນທ້າຍປີ 2027, ຄາດວ່າໂຄງການ ຈະສົ່ງອອກ ໄຟຟ້າໄປຍັງ ຫວຽດນາມກ່ວາ 1,5 ຕື້ kWh/ປີ ແລະ ຈະເພີ່ມຂຶ້ນກ່ວາ 1,1 ຕື້ kWh/ປີ ພາຍຫຼັງກໍ່ສ້າງສຳເລັດໄລຍະທີ 2 ໃນປີ 2030.

Top