ຂ່າວສານ ການເຄື່ອນໄຫວເສດຖະກິດ Eurozone ຫຼຸດລົງ 25/04/2026 ຕາມໝາກຜົນການສຳຫຼວດໂດຍ S&P Global ປະກາດໃນວັນທີ 23 ເມສາ, ການເຄື່ອນໄຫວດຳເນີນທຸລະກິດຢູ່ຂົງເຂດນຳໃຊ້ສະກຸນເງິນລວມ ເອີໂຣ (Eurozone) ໃນເດືອນເມສາຜ່ານມາ ໄດ້ຫຼຸດລົງເປັນຄັ້ງທຳອິດ ພາຍຫຼັງໄລຍະ 16 ເດືອນ, ຍ້ອນການປະທະກັນຢູ່ຕາເວັນອອກກາງ ໄດ້ເຮັດໃຫ້ລາຄາພະລັງງານເພີ່ມຂຶ້ນສູງ ແລະ ລະບົບການສະໜອງທົ່ວໂລກຖືກຂາດວັກຂາດຕອນ. ສຳນັກງານທະນາຄານ ECB ຢູ່ Frankfurt, ເຢຍລະມັນ (ພາບເອກະສານ: REUTERS/Jana Rodenbusch) ດັດຊະນີຜູ້ຈັດການຝ່າຍຈັດຊື້ (PMI) ໃນເບື້ອງຕົ້ນຢູ່ຂົງເຂດ Eurozone ຮັບຮູ້ວ່າ ໃນເດືອນເມສາໄດ້ຢູ່ໃນລະດັບ 48,6, ຫຼຸດລົງຖ້າທຽບໃສ່ລະດັບ 50,7 ຂອງເດືອນກ່ອນ. ສິ່ງທີ່ໜ້າສົນໃຈແມ່ນ, ເມື່ອດັດຊະນີສຳຄັນກ່ຽວກັບສະພາວະສັງລວມຂອງພື້ນຖານເສດຖະກິດນີ້ຢູ່ລະດັບຕ່ຳກວ່າ 50 ກໍ່ໝາຍຄວາມວ່າ ພື້ນຖານເສດຖະກິດພວມຖືກຊຸດໂຊມລົງ. ການຊຸດໂຊມກ່ຽວກັບທາງດ້ານປະລິມານສ່ວນຫຼາຍແມ່ນເກີດຈາກຂົງເຂດການບໍລິການກໍ່ຂຶ້ນ, ດ້ວຍລະດັບການຊຸດໂຊມແຮງທີ່ສຸດໃນໄລຍະ 5 ປີກວ່າ. ກົງກັນຂ້າມ, ການຜະລິດອຸດສາຫະກຳຂອງ Eurozone ສືບຕໍ່ເພີ່ມຂຶ້ນ. ບົດລາຍງານໄດ້ຊີ້ໃຫ້ເຫັນວ່າ ສະພາບການເຄື່ອນໄຫວດຳເນີນທຸລະກິດຫຼຸດລົງໃນທົ່ວເຂດນຳໃຊ້ສະກຸນເງິນ ເອີໂຣ, ລວມທັງ ເຢຍລະມັນ ແລະ ຝລັ່ງ, ສອງພື້ນຖານເສດຖະກິດໃຫຍ່ສຸດຂອງຂົງເຂດນີ້. (ແຫຼ່ງຄັດຈາກ VOV)

ຕາມໝາກຜົນການສຳຫຼວດໂດຍ S&P Global ປະກາດໃນວັນທີ 23 ເມສາ, ການເຄື່ອນໄຫວດຳເນີນທຸລະກິດຢູ່ຂົງເຂດນຳໃຊ້ສະກຸນເງິນລວມ ເອີໂຣ (Eurozone) ໃນເດືອນເມສາຜ່ານມາ ໄດ້ຫຼຸດລົງເປັນຄັ້ງທຳອິດ ພາຍຫຼັງໄລຍະ 16 ເດືອນ, ຍ້ອນການປະທະກັນຢູ່ຕາເວັນອອກກາງ ໄດ້ເຮັດໃຫ້ລາຄາພະລັງງານເພີ່ມຂຶ້ນສູງ ແລະ ລະບົບການສະໜອງທົ່ວໂລກຖືກຂາດວັກຂາດຕອນ. ສຳນັກງານທະນາຄານ ECB ຢູ່ Frankfurt, ເຢຍລະມັນ (ພາບເອກະສານ: REUTERS/Jana Rodenbusch) ດັດຊະນີຜູ້ຈັດການຝ່າຍຈັດຊື້ (PMI) ໃນເບື້ອງຕົ້ນຢູ່ຂົງເຂດ Eurozone ຮັບຮູ້ວ່າ ໃນເດືອນເມສາໄດ້ຢູ່ໃນລະດັບ 48,6, ຫຼຸດລົງຖ້າທຽບໃສ່ລະດັບ 50,7 ຂອງເດືອນກ່ອນ. ສິ່ງທີ່ໜ້າສົນໃຈແມ່ນ, ເມື່ອດັດຊະນີສຳຄັນກ່ຽວກັບສະພາວະສັງລວມຂອງພື້ນຖານເສດຖະກິດນີ້ຢູ່ລະດັບຕ່ຳກວ່າ 50 ກໍ່ໝາຍຄວາມວ່າ ພື້ນຖານເສດຖະກິດພວມຖືກຊຸດໂຊມລົງ. ການຊຸດໂຊມກ່ຽວກັບທາງດ້ານປະລິມານສ່ວນຫຼາຍແມ່ນເກີດຈາກຂົງເຂດການບໍລິການກໍ່ຂຶ້ນ, ດ້ວຍລະດັບການຊຸດໂຊມແຮງທີ່ສຸດໃນໄລຍະ 5 ປີກວ່າ. ກົງກັນຂ້າມ, ການຜະລິດອຸດສາຫະກຳຂອງ Eurozone ສືບຕໍ່ເພີ່ມຂຶ້ນ. ບົດລາຍງານໄດ້ຊີ້ໃຫ້ເຫັນວ່າ ສະພາບການເຄື່ອນໄຫວດຳເນີນທຸລະກິດຫຼຸດລົງໃນທົ່ວເຂດນຳໃຊ້ສະກຸນເງິນ ເອີໂຣ, ລວມທັງ ເຢຍລະມັນ ແລະ ຝລັ່ງ, ສອງພື້ນຖານເສດຖະກິດໃຫຍ່ສຸດຂອງຂົງເຂດນີ້.
ບັນດາບົດຕໍ່ໄປ ແຕ່ວັນທີ 07 ພຶດສະພາ, ຜັນຂະຫຍາຍບັນດາມາດຕະການສະກັດກັ້ນການກະທຳລະເມີດສິດຊັບສິນທາງປັນຍາຢ່າງຂ້ຽວຂາດ08/05/2026ຂ່າວສານທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນໂທລະເລກທີ 38/2026 ກ່ຽວກັບການສຸມໃສ່ຊີ້ນຳການປະຕິບັດບັນດາມາດຕະການຕໍ່ສູ້, ສະກັດກັ້ນ, ແກ້ໄຂການກະທຳລະເມີດສິດຊັບສິນທາງປັນຍາໃນຂອບເຂດທົ່ວປະເທດນັບແຕ່ວັນທີ 07 ພຶດສະພາ 2026 ຢ່າງຂ້ຽວຂາດ. ຫວຽດນາມ ຈະສືບຕໍ່ປະກອບສ່ວນເພື່ອໃຫ້ ອາຊຽນ ເຕີບໃຫຍ່ເຂັ້ມແຂງ ແລະ ພັດທະນາ08/05/2026ຂ່າວສານຫວຽດນາມ ແລະ ຕວັກກີ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ08/05/2026ຂ່າວສານຍາມໃດ ຫວຽດນາມ ກໍ່ໃຫ້ບຸລິມະສິດສູງແກ່ການຮ່ວມມືກັບ ອິນເດຍ08/05/2026ຂ່າວສານການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນການຢ້ຽມຢາມທາງລັດຖະກິດ ອິນເດຍ08/05/2026ຂ່າວສານVietnam Medipharm 2026 ດຶງດູດວິສາຫະກິດ ຫວຽດນາມ ແລະ ສາກົນເຂົ້າຮ່ວມເປັນຈຳນວນຫຼາຍ08/05/2026ຂ່າວສານອາມລິກາ ປະກາດການປະທະກັນອາດຈະສິ້ນສຸດລົງຖ້າອີຣານ ຍອມຮັບຂໍ້ຕົກລົງ08/05/2026ຂ່າວສານ ອ່ານເພີ່ມ