ຂ່າວສານ

ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ Eurozone ຫຼຸດ​ລົງ

ຕາມ​ໝາກ​ຜົນ​ການ​ສຳຫຼວດ​ໂດຍ S&P Global ປະ​ກາດ​ໃນ​ວັນ​ທີ 23 ເມ​ສາ, ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຂົງ​ເຂດ​ນຳ​ໃຊ້​ສະ​ກຸນ​ເງິນ​ລວມ ເອີ​ໂຣ (Eurozone) ໃນ​ເດືອນ​ເມ​ສາ​ຜ່ານ​ມາ ໄດ້ຫຼຸດ​ລົງ​ເປັນ​ຄັ້ງ​ທຳ​ອິດ ພາຍຫຼັງໄລ​ຍະ 16 ເດືອນ, ຍ້ອນ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອ​ອກ​ກາງ ໄດ້​ເຮັດ​ໃຫ້​ລາ​ຄາ​ພະ​ລັງ​ງານ​ເພີ່ມ​ຂຶ້ນ​ສູງ ແລະ ລະ​ບົບ​ການ​ສະ​ໜອງ​ທົ່ວ​ໂລກ​ຖືກ​ຂາດ​ວັກ​ຂາດ​ຕອນ.
  ສຳ​ນັກ​ງານ​ທະ​ນາ​ຄານ ECB ຢູ່ Frankfurt, ເຢຍລະ​ມັນ (ພາບເອ​ກະ​ສານ: REUTERS/Jana Rodenbusch)  
ດັດ​ຊະ​ນີ​ຜູ້​ຈັດ​ການ​ຝ່າຍ​ຈັດ​ຊື້ (PMI) ໃນ​ເບື້ອງ​ຕົ້ນ​ຢູ່​ຂົງ​ເຂດ Eurozone ຮັບ​ຮູ້​ວ່າ ໃນ​ເດືອນ​ເມ​ສາ​ໄດ້ຢູ່​ໃນ​ລະ​ດັບ 48,6, ຫຼຸດ​ລົງ​ຖ້​າ​ທຽບ​ໃສ່​ລະ​ດັບ 50,7 ຂອງ​ເດືອນ​ກ່ອນ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ເມື່ອ​ດັດ​ຊະ​ນີ​ສຳ​ຄັນ​ກ່ຽວ​ກັບ​ສະ​ພາ​ວະ​ສັງ​ລວມ​ຂ​ອງ​ພື້ນ​ຖານ​ເສດ​ຖະ​ກິດ​ນີ້​ຢູ່​ລະ​ດັບ​ຕ່ຳ​ກວ່າ 50 ​ກໍ່ໝາຍ​ຄວາມ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ຖືກ​ຊຸດ​ໂຊມ​ລົງ. ການ​ຊຸດ​ໂຊມ​ກ່ຽວ​ກັບ​ທາງ​ດ້ານ​ປະ​ລິ​ມານ​ສ່ວນ​ຫຼາຍ​ແມ່ນ​​ເກີດ​ຈາກ​ຂົງ​ເຂດ​ການ​ບໍ​ລິ​ການ​ກໍ່​ຂຶ້ນ, ດ້ວຍ​ລະ​ດັບ​ການ​ຊຸດ​ໂຊມ​ແຮງ​ທີ່​ສຸດ​ໃນ​ໄລ​ຍະ 5 ປີກວ່າ. ກົງ​ກັນ​ຂ້າມ, ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ຂອງ Eurozone ສືບ​ຕໍ່​ເພີ່ມ​ຂຶ້ນ. ບົດ​ລາຍ​ງານ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ສະ​ພາບ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຫຼຸດ​ລົງ​ໃນ​ທົ່ວ​ເຂດ​ນຳ​ໃຊ້​ສະ​ກຸນ​ເງິນ ເອີ​ໂຣ, ລວມ​ທັງ ເຢຍ​ລະ​ມັນ ແລະ ຝ​ລັ່ງ, ສອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ສຸດ​ຂອງ​ຂົ​ງ​ເຂດ​ນີ້.

top