• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ​ສະຫຼອງ 66 ປີ​ແຫ່​ງວັນແພດ​ໝໍ ຫວຽດ​ນາມ ​ວັນ​ທີ 27 ກຸມ​ພາ

ທ່ານ ເວືອງດິ່ງເຫ້ວ ເລຂາອົງຄະນະພັກນະຄອນ ຮ່າໂນ້ຍ ໄດ້ໄປໂຮງໝໍ ແທັງຍ່ານ ເພື່ອກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ພ້ອມກັນນັ້ນ ກໍ່ເປັນການລະດົມກຳລັງໃຈ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາແພດໝໍນະຄອນ .
ທ່ານ ເວືອງດິ່ງເຫ້ວ ເລຂາອົງຄະນະພັກນະຄອນ ຮ່າໂນ້ຍ ໄປຢ້ຽມຢາມໂຮງໝໍ ແທັງຍ່ານ. (ພາບ: hanoimoi.com.vn)

ເນື່ອງໃນໂອກາດວັດແພດໝໍ ຫວຽດນາມ, ວັນທີ 25 ກຸມພາ, ທ່ານ ເວືອງດິ່ງເຫ້ວ ເລຂາອົງຄະນະພັກນະຄອນ ຮ່າໂນ້ຍ ໄດ້ໄປໂຮງໝໍ ແທັງຍ່ານ ເພື່ອກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ພ້ອມກັນນັ້ນ ກໍ່ເປັນການລະດົມກຳລັງໃຈ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາແພດໝໍນະຄອນ ໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19, ເບ່ິງແຍງດູແລສຸຂະພາບຂອງປະຊາຊົນ.

ທີ່ການເຮັດວຽກ, ທ່ານ ເວືອງດິ່ງເຫ້ວ ໄດ້ສົ່ງຄຳອວຍພອນໄປຍັງຖັນແຖວພະນັກງານ, ການນຳ, ພະນັກງານຄຸ້ມຄອງຂອງພະແນກການແພດຮ່າໂນ້ຍ, ຂອງໂຮງໝໍ ແທັງຍ່ານ ແລະ ໝູ່ຄະນະພະນັກງານ, ແພດໝໍ, ພະນັກງງານຂະແໜງການແພດນະຄອນຫຼວງ, ທ່ານກໍ່ສະເໜີໃຫ້ ໂຮງໝໍແທັງຍ່ານ ກຽມພ້ອມອຸປະກອນ, ຊັບພະຍາກອນມະນຸດເພື່ອ ຮັບມືກັບກໍລະນີ ໂລກລະບາດ ໂຄວິດ - 19 ທີ່ອາດມີການຜັນແປຢ່າງສັບສົນຂຶ້ນຕື່ມໃນບໍລິເວນນະຄອນ.

ວັນທີ 25 ກຸມພາ, ໂຮງໝໍແມ່ ແລະ ເດັກສູນກາງ ແລະ ໂຮງໝໍ K ໄດ້ສົມທົບກັບ ສະຖາບັນໂລຫິດສາດ - ສົ່ງເລືອດສູນກາງ ຈັດວັນບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈ ໂດຍມີການເຂົ້າຮ່ວມຂອງ ແພດໝໍ ແລະ ພະນັກງງານການແພດເກືອບ 800 ຄົນຂອງສອງໂຮງໝໍດັ່ງກ່າວ.

        ແລະກໍ່ໃນວັນດຽວກັນ, ຄະນະກຳມະການປະຊາຊົນ ແຂວງກ໋ວາງບິ່ງ ກໍ່ໄດ້ຈັດພິທີປະກາດ ແລະ ມອບນາມມະຍົດ “ທ່ານໝໍດີເດັ່ນ” ໃຫ້ແກ່ສ່ວນບຸກຄົນ 11 ຄົນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ກາດ​​ຍຸບ ສະ​ພາ​ຕ່ຳ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ກາດ​​ຍຸບ ສະ​ພາ​ຕ່ຳ

ການຕັດສິນໄດ້ຍົກອອກມາພາຍຫຼັງ 2 – 3 ນາທີ ເມື່ອພັກປະຊາຊົນ ໄດ້ຍື່ນຂໍ້ສະເໜີແນະບໍ່ໄວ້ວາງໃຈ ຕາມມາດຕາທີ 151 ຂອງລັດຖະທຳມະນູນ, ໃນຂະນະທີ່ສະມາຊິກລັດຖະສະພາຈຳນວນໜຶ່ງຂອງ ພັກພູມໃຈໄທ ປ່ອນບັດຄ້ານໃນວາລະລົງປະຊາມະຕິປະຕິຮູບ ລັດຖະທຳມະນູນ.

Top