• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ ແລະ ລາວ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ສະເໜີ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ຜັນຂະຫຍັນແຜນການຮ່ວມມືວັດທະນະທຳ, ການທ່ອງທ່ຽວ ໄລຍະ 2021 – 2025 ທີ່ໄດ້ຮັບການລົງນາມແລ້ວ ຢ່າງມີປະສິດທິຜົນ;
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ສວນສະຫວັນ ວິຍະເກດ (ພາບ: TTXVN)

ຕອນບ່າຍວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ສວນສະຫວັນ ວິຍະເກດ ທີ່ພວມຢູ່ຢ້ຽມຢາມຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ສະເໜີ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ຜັນຂະຫຍັນແຜນການຮ່ວມມືວັດທະນະທຳ, ການທ່ອງທ່ຽວ ໄລຍະ 2021 – 2025 ທີ່ໄດ້ຮັບການລົງນາມແລ້ວ ຢ່າງມີປະສິດທິຜົນ; ຄົ້ນຄ້ວາ, ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການຮວ່ມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດ. ພ້ອມກັນນັ້ນ, ກໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງປະຕິບັດບັນດາການເຄື່ອນໄຫວຂອງປະຊາຄົມວັດທະນະທຳ - ສັງຄົມໃນປີທີ່ລາວ ດຳລົງຕຳແໜ່ງເປັນປະທານອາຊຽນ, ສົມທົບກັນຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍບັນດາໂຄງການໃນ ຂົງເຂດ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຂອງ ຫວຽດນາມ ຢູ່ ລາວ. ທ່ານຮອງນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ, ປີ 2024 ການຮ່ວມມືສອງຝ່າຍເວົ້າລວມ ແລະ ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ ສອງປະເທດເວົ້າສະເພາະ ຈະພົ້ນເດັ່ນກ່ວາອີກ ຍ້ອນວ່າເສດຖະກິດຂອງສອງປະເທດພວມຟື້ນຟູ, ລາວເປັນປະທານ ອາຊຽນ ແລະ ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ ລັດ​ເຊຍ Mikhail Mishustin ສົນທະນາກັບ​ວ​ິ​ສາ​ຫະ​ກິດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ ລັດ​ເຊຍ Mikhail Mishustin ສົນທະນາກັບ​ວ​ິ​ສາ​ຫະ​ກິດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Mikhail Mishustin ເປັນເຈົ້າພາບກອງປະຊຸມສົນທະນາວິສາຫະກິດຂັ້ນສູງ ຫວຽດນາມ - ສະຫະພັນ ລັດເຊຍ ດ້ວຍຫົວຂໍ້ “ພັດທະນາການຄ້າ - ການລົງທຶນ, ພະລັງງານ ແລະ ການຂົນສົ່ງ ຫວຽດນາມ - ສະຫະພັນ ລັດເຊຍ ແບບຍືນຍົງ”.

Top