• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຮ່ວມ​ມື​ກັບ ສ​ປ​ຊ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ແນວ​ທາງ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ

ທ່ານນາງຮອງເລຂາທິການໃຫ່ຍ ສປຊ Armida Salsiah Alisjahbana ໄດ້ຕີລາຄາສູງບັນດາການເຄື່ອນໄຫວທີ່ຕັ້ງໜ້າ ຂອງຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ.
(ພາບ: baoquocte.vn)

ຕອນເຊົ້າວັນທີ 3 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Armida Salsiah Alisjahbana ຮອງເລຂາທິການໃຫ່ຍ ສປຊ ທັງເປັນເລຂາບໍລິຫານຄະນະກຳມະການເສດຖະກິດສັງຄົມ ພາກພື້ນ ອາຊີ-ປາຊີຟິກ ຂອງ ສປຊ (ESCAP), ພວມຢູ່ຢ້ຽມຢາມ ຫວຽດນາມ ແຕ່ວັນທີ 3-6 ກໍລະກົດ.

ນະທີ່ນີ້, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢືນຢັນວ່າ ການຮ່ວມມຶກັບ ສປຊ ຍາມໃດກໍ່ມີທີ່ຕັ້ງສຳຄັນ ໃນແນວທາງ ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາ ຢາກຮ່ວມມືຢ່າງແໜ້ນແຟ້ນກັບ ສປຊ ເວົ້າລວມ ແລະ ESCAP ເວົ້າສະເພາະ ໃນການຊອກຫາ, ແບ່ງປັນບົດຮຽນ ແລະ ຊຸກຍູ້ການຮ່ວມມື.

ສ່ວນທ່ານນາງຮອງເລຂາທິການໃຫ່ຍ ສປຊ Armida Salsiah Alisjahbana ໄດ້ຕີລາຄາສູງບັນດາການເຄື່ອນໄຫວທີ່ຕັ້ງໜ້າ ຂອງຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ຖືວ່າ ທາງຄະນະກຳມະການເສດຖະກິດສັງຄົມ ພາກພື້ນ ອາຊີ-ປາຊີຟິກ ຂອງ ສປຊ ຈະພະຍາຍາມເຊື່ອມຕໍ່ການຮ່ວມມືລະຫວ່າງບັນດາປະເທດ, ພິເສດແມ່ນໃນຂອບເຂດການພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top