• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ພົບ​ປະ​ມິດ​ຕະ​ພາບ​ຊາວ​ໜຸ່ມ 4 ແຂວງຂອງ ຫວຽດ​ນາມ ແລະ ລາວ

ນັບແຕ່ວັນທີ 27 - 29 ສິງຫາ, ຄະນະຊາວໜຸ່ມແຂວງ ກວ໋າງຈິ (ຫວຽດນາມ) ແລະ ຄະນະຊາວໜຸ່ມ 3 ແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ (ລາວ), ໄດ້ຈັດລາຍການພົບປະມິດຕະພາບຊາວໜຸ່ມ 4 ແຂວງຢູ່ ກວ໋າງຈິ.
ບັນດາຝ່າຍກໍ່ເປັນເອກະພາບກັນສືບຕໍ່ສົ່ງເສີມຊາວໜຸ່ມອະນຸຊົນເຍົາວະຊົນບັນດາເມືອງລຽບຕາມຊາຍແດນ ຫ້າວຫັນເຂົ້າຮ່ວມການປົກປັກຮັກສາສະພາບການເດີມຂອງຊາຍແດນ (ພາບ: TTXVN)

ໃນໄລຍະຈະມາເຖິງ, ຄະນະຜູ້ແທນຊາວໜຸ່ມ 4 ແຂວງ ກວ໋າງຈິ, ສະຫວັນນະເຂດ, ສາລະວັນ, ເຊກອງ ໄດ້ໄປທັດສະນະສຶກສາບັນດາຮູບແບບການຜະລິດດຳເນີນທຸລະກິດດີເດັ່ນ, ບັນດາທັດສະນີຍະພາບທີ່ມີຊື່ສຽງຢູ່ແຂວງ ກວ໋າງຈິ; ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນປະສົບການວຽກງານຊາວໜຸ່ມ ແລະ ຂະບວນການອະນຸຊົນເຍົາວະຊົນ, ເປັນເອກະພາບແຜນການຮ່ວມມືໃນໄລຍະຈະມາເຖິງ.

ໃນພິທີລົງນາມສານຮ່ວມຂອງລາຍການພົບປະມິດຕະພາບຄະນະຊາວໜຸ່ມ  4 ແຂວງ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 28 ສິງຫາ, ຄະນະຊາວໜຸ່ມ 4 ແຂວງ ໄດ້ເປັນເອກະພາບເນື້ອໃນສືບຕໍ່ວຽກງານສຶກສາສະມາຊິກຊາວໜຸ່ມ, ອະນຸຊົນເຍົາວະຊົນໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ ກໍຄືສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງ ກວ໋າງຈິ (ຫວຽດນາມ) ກັບບັນດາແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ (ລາວ); ພິເສດແມ່ນສົມທົບກັນ, ແລກປ່ຽນແບ່ງປັນບົດຮຽນປະສົບການໃນການພັດທະນາເສດຖະກິດ, ກໍ່ຮ່າງສ້າງຕົວ, ສະຕາດອັບ, ແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມບັນດາເມືອງທີ່ມີຊາຍແດນຮ່ວມກັນ.

ບັນດາຝ່າຍກໍ່ເປັນເອກະພາບກັນສືບຕໍ່ສົ່ງເສີມຊາວໜຸ່ມອະນຸຊົນເຍົາວະຊົນບັນດາເມືອງລຽບຕາມຊາຍແດນ ຫ້າວຫັນເຂົ້າຮ່ວມການປົກປັກຮັກສາສະພາບການເດີມຂອງຊາຍແດນ, ຫຼັກໝາຍແຫ່ງຊາດ; ສະກັດກັ້ນສະພາບການອົບພະຍົບແບບຜິດກົດໝາຍ, ການຄ້າມະນຸດ, ການຄ້າຂາຍຢາເສບຕິດ, ການຄ້າເຖື່ອນຢູ່ເຂດຊາຍແດນ ຫວຽດນາມ - ລາວ, ປະກອບສ່ວນສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top