• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອດ ເຮັດ​ໃຫ້​ປະ​ຊາ​ຊົນ ມຽນ​ມາ ຫຼາຍກວ່າ 9.000 ຄົນ ຕ້ອງ​ຍົກ​ຍ້າຍ​ໄປ​ຍັງ​ປະ​ເທດ ໄທ

ອົງການເຈົ້າໜ້າທີ່ຂອງ ໄທ ກຳລັງສົມທົບກັບ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບ ລັດຖະບານ ແລະ ປະຊາຊົນທ້ອງຖິ່ນ ເພື່ອສະໜອງສະບຽງອາຫານ ກໍຄື ເງື່ອນໄຂເບິ່ງແຍງສຸຂະພາບໂດຍພື້ນຖານ.
ຊາວ ມຽນມາ ລີ້ໄພຢູ່ ໄທ (ພາບ: The Nation)

ປະຊາຊົນ ມຽນມາ ກວ່າ 9.000 ຄົນ ຕ້ອງອົບພະຍົບໄປລີ້ໄພຢູ່ບັນດາຄ້າຍລີ້ໄພຢູ່ລຽບຕາມຊາຍແດນຂຶ້ນກັບແຂວງ ແມຮອງສອນ ຂອງໄທ ໃນສະພາບການເກີດມີການປະທະກັນຢ່າງດຸເດືອດໃນຫຼາຍມື້ລຽນຕິດລະຫວ່າງ ກອງທັບ ມຽນມາ ກັບ ກຸ່ມປະກອບອາວຸດຊົນເຜົ່າສ່ວນນ້ອຍ Karen. ທ່ານເຈົ້າແຂວງແຂວງ ແມຮອງສອນ ໃຫ້ຮູ້ວ່າ ຈຳນວນຄົນດັ່ງກ່າວ ໄດ້ລີ້ໄພຢູ່ 5 ເຂດລີ້ໄພຢູ່ແຂວງ ແມຮອງສອນ ນັບແຕ່ຕົ້ນເດືອນ ມິຖຸນາ ມານີ້. ບັນດາເຂດລີ້ໄພ ໂດຍລັດຖະບານ ໄທ ສ້າງຂຶ້ນ, ຫ່າງຈາກເສັ້ນຊາຍແດນຕິດກັບ ມຽນມາ ປະມານ 1 ກິໂລແມັດ. ອົງການເຈົ້າໜ້າທີ່ຂອງ ໄທ ກຳລັງສົມທົບກັບ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບ ລັດຖະບານ ແລະ ປະຊາຊົນທ້ອງຖິ່ນ ເພື່ອສະໜອງສະບຽງອາຫານ ກໍຄື ເງື່ອນໄຂເບິ່ງແຍງສຸຂະພາບໂດຍພື້ນຖານ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top