• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ບິນ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

ຕອນບ່າຍວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Steven Udvar-Hazy,  ປະທານບໍລິສັດ ໃຫ້ເຊົ່າເຮືອບິນ Air Lease Corporation ອາເມລິກາ (ALC).
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານ Steven Udvar-Hazy,  ປະທານບໍລິສັດ ໃຫ້ເຊົ່າເຮືອບິນ Air Lease Corporation ອາເມລິກາ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ALC ໜູນຊ່ວຍບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airline) ໃນໄລຍະປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນ ສຳລັບບັນດາສັນຍາທີ່ໄດ້ລົງນາມແລ້ວ ແຕ່ຍັງບໍ່ທັນໄດ້ຜັນຂະຫຍາຍ, ກໍ່ຄືບ້ວງເງິນຕ່າງໆ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ມີແຜນການເປີດບາງຖ້ຽວບິນສາກົນຄືນໃໝ່, ໃນນັ້ນມີຖ້ຽວບິນໄປຍັງ ອາເມລິກາ ແລະ Vietnam Airline ຈະເຂົ້າຮ່ວມວິວັດການນີ້.

ສ່ວນທ່ານ Steven Udvar-Hazy ກໍ່ເຫັນດີຈະໜູນຊ່ວຍບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airline) ໃນສັນຍາບາງສະບັບຢ່າງລະອຽດ, ທ່ານເຊື່ອໝັ້ນວ່າ ດ້ວຍການໜູນຊ່ວຍນີ້ ແລະ ພາຍຫຼັງທີ່ຫວຽດນາມ ເປີດປະຕູເສດຖະກິດ ການພົວພັນການຄ້າ, ການທ່ອງທ່ຽວ ກັບມາເຄື່ອນໄຫວຄືນໃໝ່ ຈະຊ່ວຍໃຫ້ Vietnam Airline ຟື້ນຟູ ແລະ ພັດທະນາ.

ພາຍຫຼັງການຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນສັກຂີພິຍານ ແລກປ່ຽນຂໍ້ຕົກລົງໜູນຊວ່ຍ ລະຫວ່າງ Vietnam Airline ແລະ ALC.

(ແຫຼ່ງຄັດຈາກ VOV)

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຈີນ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ.

Top