• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດ, ລັດ​ຖະ​ບານ​ເຂົ້າ​ຮ່ວມກອງປະຊຸມຄະນະພັກກອງທັບສູນກາງ

ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະປະຈໍາຄະນະພັກກອງທັບ ສູນກາງໄດ້ຈັດຕັ້ງ ກອງປະຊຸມຕີລາຄາໝາກຜົນການນໍາພາ ໃນການປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດໃນ 6 ເດືອນຕົ້ນປີ, ຜັນຂະຫຍາຍປະຕິບັດບັນດາໜ້າທີ່ ສໍາຄັນໃນ 6 ເດືອນທ້າຍປີ 2022.

ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະປະຈໍາຄະນະພັກກອງທັບ ສູນກາງໄດ້ຈັດຕັ້ງ ກອງປະຊຸມຕີລາຄາໝາກຜົນການນໍາພາ ໃນການປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດໃນ 6 ເດືອນຕົ້ນປີ, ຜັນຂະຫຍາຍປະຕິບັດບັນດາໜ້າທີ່ ສໍາຄັນໃນ 6 ເດືອນທ້າຍປີ 2022.

    

ທ່ານ ເລຂາທິການໃຫຍ່ຫງວຽນຝູຈ້ອງ, ເລຂາຄະນະພັກກອງທັບ ສູນກາງເປັນປະທານກອງປະຊຸມ

  ທ່ານ ເລຂາທິການໃຫຍ່ຫງວຽນຝູຈ້ອງ, ເລຂາຄະນະພັກກອງທັບ ສູນກາງເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ.

    ຜັນຂະຫຍາຍບັນດາໜ້າທີ່ສຳຄັນໃນ 6 ເດືອນທ້າຍປີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງໃຫ້ຄະນະພັກກອງທັບ ສູນກາງ ແລະ ກະຊວງປ້ອງກັນປະເທດ ສຸມໃສ່ຊີ້ນຳ ນຳພາການປະຕິບັດໂຄງການເຄື່ອນໄຫວ ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງອົງຄະນະພັກກອງທັບ. ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມກອງທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍບັນດາຍຸດທະສາດ, ໂຄງການ ແລະ ຮ່າງກົດໝາຍວ່າດ້ວຍການທະຫານ, ການປ້ອງກັນປະເທດ; ມະຕິກ່ຽວກັບທິດທາງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຕ່າງໆ ຮອດປີ 2030, ວິໄສທັດຮອດປີ 2045. ພ້ອມທັງກຽມພ້ອມສູ້ຮົບ; ຄຸ້ມຄອງເຂດນ່ານຟ້າ, ທະເລ, ຊາຍແດນ, ທາງບົກ ແລະ ບັນດາຂົງເຂດຍຸດທະສາດ ແລະ ເປັນຈຸດສຸມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top