• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ບັນ​ດາ​ທ້ອງ​ຖິ່ນ ອວຍ​ພອນ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​, ພໍ່​ແມ່​ຊາວ​ຄຼິດ ເນື້ອ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ

ສັງຄະນາຍົກ ຫງວຽນນັງ ຢັ້ງຢືນວ່າ ຍາມໃດກໍແນະນຳບັນດາຄຸນພໍ່, ນັກບວດ, ພໍ່ແມ່ຊາວຄຼິດ ສືບຕໍ່ຮ່ວມເດີນທາງກັບອຳນາດການປົກຄອງນະຄອນ, ສາມັກຄີ ຮ່ວມມືພ້ອມກັບປະຊາຊົນນະຄອນໃນຂະບວນວິວັດສ້າງສາ, ປົກປັກຮັກສາ ແລະ ພັດທະນານະຄອນ.
ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ຢ້ຽມຢາມ, ມອບຂອງຂວັນ, ອວຍພອນສັງຄະນາຍົກ ຫງວຽນນັງ (ພາບ: TTXVN)

ຕອນບ່າຍວັນທີ 16 ທັນວາ, ຢູ່ສຳນັກງານສັງຄະນາຍົກນະຄອນ ໂຮ່ຈີມິນ, ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນສັງຄະນາຍົກ ຫງວຽນນັງ, ສັງຄະນາຍົກເຂດຊາວຄຼິດນະຄອນ ໂຮ່ຈີມິນ ປະທານສະພາສັງຄະລາດ ຫວຽດນາມ, ພ້ອມດ້ວຍຄຸນພໍ່, ນັກບວດ, ຊາວຄຼິດ ເນື່ອງໃນໂອກາດວັນບຸນ ຄຼິດສະມາດ 2024, ຕ້ອນຮັບປີໃໝ່ 2025. ນະທີ່ນີ້, ທ່ານ ຫງວຽນວັນເນັນ ປາດຖະໜາວ່າ ສັງຄະນາຍົກ ຫງວຽນນັງ ພ້ອມດ້ວຍຄຸນພໍ່, ນັກບວດຈະສືບຕໍ່ຂົນຂວາຍ, ແນະນຳພໍ່ແມ່ຊາວຄຼິດນະຄອນ ໃຫ້ມີຄວາມສາມັກຄີ, ເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ ຮ່ວມແຮງຮ່ວມໃຈສ້າງນະຄອນໃຫ້ນັບມື້ນັບວັດທະນາຖາວອນ, ສິວິໄລ, ທັນສະໄໝ, ມີຄວາມເມດຕາປານີ. ສ່ວນສັງຄະນາຍົກ ຫງວຽນນັງ ຢັ້ງຢືນວ່າ ຍາມໃດກໍແນະນຳບັນດາຄຸນພໍ່, ນັກບວດ, ພໍ່ແມ່ຊາວຄຼິດ ສືບຕໍ່ຮ່ວມເດີນທາງກັບອຳນາດການປົກຄອງນະຄອນ, ສາມັກຄີ ຮ່ວມມືພ້ອມກັບປະຊາຊົນນະຄອນໃນຂະບວນວິວັດສ້າງສາ, ປົກປັກຮັກສາ ແລະ ພັດທະນານະຄອນ.

        ຕອນບ່າຍຂອງວັນດຽວກັນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ກໍໄດ້ໄປຢ້ຽມຢາມ, ອວຍພອນສຸຂະພາບ ພະຄາດີນັນ ຟ້າມມິງເໝິນ.

        ຢູ່ແຂວງ ກວ໋າງນາມ, ຕອນບ່າຍວັນດຽວກັນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວ໋າງນາມ ກໍ່ໄດ້ພົບປະກັບຜູ້ມີຍົດສັກຕຳແໜ່ງໃນສາສະໜາຄຼິດ ແລະ ໂປແຕັດສຕັງ.

 

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top