• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳຫຼາຍ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄປ​ຢ້ຽມ​ຢາມ ຈີນ

ຕາມ​ສື່ມວນ​ຊົນ ອາ​ເມ​ລິ​ກາ ແລ້ວ, ມີ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່ຂອງ ອາ​ເມ​ລິ​ກາ ປະ​ມານ 16 ທ່ານ ຈະ​ຮ່ວມ​ເດີນ​ທາງ​ໄປ​ນຳ​ທ່ານ Donald Trump ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ໃນ​ນັ້ນ ມີ​ເສດ​ຖີ​ເງິນ​ຕື້ Elon Musk ແລະ Tim Cook.
  ບັນ​ດາ​ແຫຼ່ງ​ຂ່າວ ອາ​ເມ​ລິ​ກາ ແລ້ວ, ທ່ານ Elon Musk ​ຈະ​ຕິດ​ຕາມ​ການ​ຢ້ຽມ​ຢາມ ປັກ​ກິ່ງ​ ຂອງ​ທ່ານ Trump (ພາບ: REUTERS)  

ວັນ​ທ​ີ 11 ພຶດ​ສະ​ພາ, ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ຈະ​ເດີນ​ທາງ​ໄປ​ຍັງ​ ປັກ​ກິ່ງ ໃນ​ອາ​ທິດ​ນີ້ ໃນ​ສ​ະ​ພາບ​ຄວາມ​ເຄັ່ງ​ຕຶງຢູ່​ຕາ​ເວັນ​ອອກ​ກາງ ສືບ​ຕໍ່​ເພີ່ມ​ຂຶ້ນ ແລະ ສາຍ​ພົວ​ພັນ ອາ​ເມ​ລິ​ກາ - ຈີນ ພວມ​ຢືນ​ຢູ່​ຕໍ່​ໜ້າຫຼາຍ​ບັນ​ຫາ​ທີ່ກ່ຽວ​ຂ້ອງ​ເຖິງ​ດ້ານ​ການ​ຄ້າ, ພະ​ລັງ​ງານ, ປັນ​ຍາ​ປະ​ດິດ (AI), ທາດ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ… ຄາດ​ວ່າ, ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຈະ​ພົບ​ປະ​ທ່ານ ສີ​ຈີ້ນ​ຜິງ ​ປະ​ທານ​ປະ​ເທດ​ຈີນ ໃນວັນ​ທີ 14 – 15 ພຶ​ດ​ສະ​ພາ. ນີ້​ແມ່ນ​ການ​ຢ້ຽມ​ຢາມ ຈີນ ຄັ້ງ​ທີ 2 ຂອງ​ທ່ານ Donald Trump ໃນ​ຖາ​ນະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ແລະ ແມ່ນ​ການ​ຢ້ຽມ​ຢາມ​ຈີນຄັ້ງ​ທຳ​ອິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ນັບ​ແຕ່​ປີ 2017.

ຕາມ​ສື່ມວນ​ຊົນ ອາ​ເມ​ລິ​ກາ ແລ້ວ, ມີ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່ຂອງ ອາ​ເມ​ລິ​ກາ ປະ​ມານ 16 ທ່ານ ຈະ​ຮ່ວມ​ເດີນ​ທາງ​ໄປ​ນຳ​ທ່ານ Donald Trump ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ໃນ​ນັ້ນ ມີ​ເສດ​ຖີ​ເງິນ​ຕື້ Elon Musk ແລະ Tim Cook. ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​​ຄາດ​ວ່າ​​ຈະ​ນຳ​ມາ​ປຶກ​ສາ​ຫາ​ລື​ແມ່ນ​ຄວາມ​ສາ​ມາດ​ສ້າງ​ຕັ້ງ “ສະ​ພາ​ລົງ​ທຶນ” ແລະ “ສະ​ພາ​ການ​ຄ້າ” ອາ​ເມ​ລິ​ກາ - ຈີນ. ສອງ​ຝ່າຍ​ໄດ້​ຮັບ​ຖື​ວ່າພວມຊັ່ງ​ຊາ​ພິ​ຈາ​ລະ​ນາ​ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ທີ່​ອະ​ນຸ​ຍາດ​ໃຫ້ ຈີນ ລົງ​ທຶນ​ເຂົ້າ ອາ​ເມ​ລິ​ກາ ດ້ວຍ​ມູນ​ຄ່າ​ຂຶ້ນ​ເຖິງ 1.000 ຕື້ USD, ເຖິງວ່າ ປັດ​ຈຸ​ບັນ ຍັງ​ບໍ່​ທັນ​ມີ​ການ​ຢັ້ງ​ຢືນ​​ທາງ​ການຈາກ​ທຳ​ນ​ຽບ​ຂາວ ຫຼື ປັກ​ກິ່ງ​​ເທື່ອ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top