• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ທ່ອງ​ທ່ຽວ ດ້ຽນ​ບຽນ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ແຂກ​ທ່ອງ​ທ່ຽວ​ຫຼາຍກ່​ວາ 1,8 ລ້ານ​ເທື່ອ​ຄົນ​ໃນ​ປີ​ນີ້

ຕາມບົດລາຍງານຂອງຄະນະຊີ້ນຳປີທ່ອງທ່ຽວແຫ່ງຊາດ - ດຽນບຽນ 2024, ໃນປີນີ້, ມີໂຄງການ, ເຫດການວັດທະນະທຳ, ກິລາ, ການທ່ອງທ່ຽວເກືອບ 170 ແຫ່ງໃນຂອບເຂດປີທ່ອງທ່ຽວແຫ່ງຊາດ - ດຽນບຽນ 2024.
ການມອບໃບຍ້ອງຍໍໃຫ້ແກ່ສ່ວນບຸກຄົນທີ່ມີຜົນງານດີເດັ່ນຢູ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 22 ທັນວາ, ຢູ່ນະຄອນ ດຽນບຽນຝູ, ແຂວງ ດຽນບຽນ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວໄດ້ສົມທົບກັບຄະນະກຳມະການປະຊາຊົນ ແຂວງ ດຽນບຽນ ຈັດຕັ້ງການສະຫຼຸບປີທ່ອງທ່ຽວແຫ່ງຊາດ - ດຽນບຽນ 2024.

ຕາມບົດລາຍງານຂອງຄະນະຊີ້ນຳປີທ່ອງທ່ຽວແຫ່ງຊາດ - ດຽນບຽນ 2024, ໃນປີນີ້, ມີໂຄງການ, ເຫດການວັດທະນະທຳ, ກິລາ, ການທ່ອງທ່ຽວເກືອບ 170 ແຫ່ງໃນຂອບເຂດປີທ່ອງທ່ຽວແຫ່ງຊາດ - ດຽນບຽນ 2024 ໂດຍໄດ້ຮັບການຈັດຂຶ້ນ, ດຶງດູດແຂກທ່ອງທ່ຽວກ່ວາ 1,8 ລ້ານຄົນ ມາແຂວງດຽນບຽນ. ຍອດລາຍຮັບຈາກບັນດາການບໍລິການທ່ອງທ່ຽວຄັ້ງທຳອິດບັນລຸກ່ວາ 3.300 ຕື້ ດົ່ງ (ກ່ວາ 130ລ້ານ USD), ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ກັບປີ 2023.

ບັນດາການເຄື່ອນໄຫວທີ່ມີຂອບຂະໜາດໃຫຍ່, ມີບັນດາເຫດການລະດັບຊາດຄັ້ງທຳອິດຢູ່ດຽນບຽນ, ພິເສດໃນໂອກາດສະເຫຼີມສະຫຼອງ 70ປີແຫ່ງວັນໄຊຊະນະປະຫວັດສາດດຽນບຽນຝູ (07/05/1954 – 07/05/2024) ໄດ້ແຜ່ຂະຫຍາຍຢ່າງແຮງ, ປະກອບສ່ວນແນະນຳ, ໂຄສະນາພາບພົດກ່ຽວກັບດິນແດນ, ຊາວດຽນບຽນ ກັບເພື່ອນມິດ, ນັກທ່ອງທ່ຽວພາຍໃນປະເທດ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top