• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ການໂອ້ລົມສົນທະນາປີ 2045” ລະຫວ່າງທ່ານນາຍົກລັດຖະມົນຕີ ກັບຜູ້ຕາງໜ້າວິສາຫະກິດ, ປັນຍາຊົນ

      ຕອນບ່າຍວັນທີ 6 ມີນາ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ໄດ້ພົບປະກັບບັນດານັກທຸລະກິດ, ປັນຍາຊົນທີ່ດີເດັ່ນ ດ້ວຍຫົວເລື່ອງ “ການໂອ້ລົມສົນທະນາປີ 2045”.
 
(ພາບ: VGP/Quang Hiếu) 
      ມີຜູູ້ຕາງໜ້າວິສາຫະກິດປະມານ 50 ແຫ່ງ ພ້ອມກັບນັກປັນຍາຊົນດີເດັ່ນ, ການນຳບາງກະຊວງ, ຂະແໜງການ ໄດ້ເຂົ້າຮ່ວມ “ການໂອ້ລົມສົນທະນາປີ 2045”.
  ປະຈຸບັນ, ຫວຽດນາມ ມີວິສາຫະກິດກ່ວາ 800.000 ແຫ່ງພວມເຄື່ອນໄຫວ, ສ່ວນຫຼາຍແມ່ນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ພາກເສດຖະກິດນອກລັດມີບົດບາດສຳຄັນທີ່ສຸດ, ປະກອບສ່ວນປະມານ 42% GDP ແລະ ສ້າງວຽກເຮັດງານທຳກ່ວາ 50% ໃຫ້ແກ່ສັງຄົມ.
 ຫວຽດນາມ ມີຜູ້ມີລະດັບຄວາມຮູູ້ຂັ້ນວິທະຍາໄລ, ມະຫາວິທະຍາໄລປະມານ 7 ລ້ານຄົນ. ນອກຈາກນັກປັນຍາຊົນຢູ່ພາຍໃນປະເທດແລ້ວ, ຍັງມີນັກປັນຍາຊົນທີ່ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານກ່ວາ 400.000 ຄົນ, ໃນນັ້ນມີປະລິນຍາເອກກ່ວາ 6000 ຄົນ ແລະ ນັກປັນຍາຊົນທີ່ມີຊື່ງສຽງນັບຮ້ອຍຄົນ ພວມດຳລົງຊີວິດຢູ່ເກືອບ 100 ປະເທດ ແລະ ເຂດດິນແດນໃນໂລກ.
   ການພົບປະມື້ນີ້ລະຫວ່າງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັນຟຸກ ກັບຜູ້ຕາງໜ້ານັກທຸລະກິດດີເດັ່ນຫຼາຍຄົນ, ນັກຮຽນຮູ້ຫຼາຍທ່ານຂອງຫວຽດນາມ ເພື່ອແນໃສ່ຮັບຟັງ, ປຶກສາຫາລືກ່ຽວກັບບັນດາຂໍ້ລິເລີ່ມ ຫຼືປະສົບການຂອງບັນດານັກທຸລະກິດປະສົບຜົນສຳເລັດ, ບັນດານັກຮຽນຮູ້ມີຄວາມຮູ້ຮອບຕົວເລິກເຊິ່ງ ດ້ວຍເປົ້າໝາຍຫຼັກແຫຼ່ງແມ່ນ “ນຳຫວຽດນາມ ກາຍເປັນປະເທດພັດທະນາຢ່າງວັດທະນະຖາວອນໃນປີ 2045” ພ້ອມທັງຮັບຟັງບັນດາມາດຕະການ ເພື່ອຊຸກຍູ້ວິວັດການຟື້ນຟູເສດຖະກິດຂອງປະເທດຊາດໂດຍໄວ ໃນສະພາບການໂລກລະບາດພວມຄຸກຄາມໃນທົ່ວໂລກ ກໍ່ຄືນຳໃຊ້ກາລະໂອກາດເພື່ອພັດທະນາປະເທດຊາດຢ່າງວ່ອງໄວ ແລະ ໝັ້ນຄົງກ່ວາອີກ.
(ແຫຼ່ງຄັດຈາກ VOV)

    

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top